ຫໍແຈກວັດສີສະຫວ່າງວົງ ເມືອງໄຊຍະບູລີ ມີຂະໜາດກວ້າງ 21 ແມັດ , ຍາວ 40 ແມັດ ; ມຸກໜ້າ ກວ້າງ 4,5 ແມັດ ຍາວ 8 ແມັດ , ມຸກຫຼັງ ກວ້າງ 3 ແມັດ ຍາວ 8 ແມັດ ເນື້ອທີ່ກໍ່ສ້າງ 898 ຕາແມັດ ໄດ້ວາງສິລາລຶກ ຖອກເທເສົາແຮກ ຄັ້ງວັນທີ 22 ມິຖຸນາ 2006 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວແມ່ນທ່ານ ສົມບັດ ເຢຍລີເຮີ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ດຣ ລຽນ ທີແກ້ວ ເຈົ້າແຂວງຜູ້ໃໝ່ໃນສະໄໝນັ້ນ ເພາະກົງກັບວັນທີ່ມອບຮັບໜ້າທີ່ວຽກງານລະຫວ່າງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ພໍດີ. . ຕໍ່ມາຄະນະກໍາມະການກໍ່ສ້າງໄດ້ມີການປັບປຸງເດີວີຄືນໃໝ່ ມູນຄ່າການກໍ່ສ້າງທັງໝົດ 2,885,449,145 ກີບ ມອບໃຫ້ບໍລິສັດສົມພະມິດ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 19/6/2012 ເຖິງວັນທີ 19/12/2013 ເຊິ່ງມີອາຍຸການ 18 ເດືອນ ( ຕາມສັນຍາຮັບເໝົາ ສະບັບເລກທີ 74/ ນສຊມ . ຊຍ ລົງວັນທີ 20/6/2012) ການລະດົມທຶນ ແລະ ການຊໍາລະຄ່າກໍ່ສ້າງມີຄວາມຫຍຸ້ງຍາກບໍ່ທັນຕອບສະໜອງຕາມສັນຍາຈຶ່ງແກ່ຍາວມາຈົນເຖິງ ວັນທີ 21/5/2021 ຈຶ່ງຊໍາລະໄດ້ໝົດ ...