ບຸນອອກພັນສາປະວໍລະນາ( ວັນເທໂວໂຣຫະນະ)
ອອກພັນສາປະວໍຣະນາ ຄວາມໝາຍຂອງຄວາມສຳຄັນ ຄຳວ່າພັນສາ ໄດ້ແກ່ປີຫຼືືຣະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ຊົງອະນຸຍາດໃຫ້ພຣະສົງສຳມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂື້ນ 15 ຄ່ຳເດືອນ 11 ຄຳວ່າອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈິ່ງເອື້ນວ່າບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພຣະສົງ ສາມະເນນ ໄດ້ກະທຳກິດຂອງພຣະສາສະນາ ເຊັ່ນໄປເທດ ໄປສັ່ງສອນປະຊາຊົນ ບວດລູກຫຼານຊາວບ້ານເພື່ອສືບຕໍ່ອາຍຸພຸດທະສາສະນາ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານເປັນຕົ້ນ . ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົວກ່ອນ ຄຳວ່າປະວໍຣະນາ ແປວ່າ ການເປີດໂອກາດໃຫ້ພຣະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ ວິນັຍ ພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະກັນໄດ້ ຂອບເຂດການປະວໍຣະນາ ກຳໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂື້ນ 15 ຄ່ຳເດືອນ 12 ລາວ ...