ບຸນເຂົ້້າພັນສາ (ວັດສູປະນາຍິກະຖາ )

ບຸນເຂົ້້າພັນສາ ຖວາຍທຽນພັນສາ ຖວາຍຜ້າອາບນ້ຳຝົນຯ ຮີດທີ ໘. ຄຳວ່າ ພັນສາ ຫຼື ວັສສາ ໄດ້ແກ່ປີຫຼືລະດູຝົນ ຄຳວ່າເຂົ້າໄດ້ແກ່ ການເຂົ້າໄປຢູ່ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍບໍ່ໄປແຮມຄືນ ຫຼືຄ້າງຄືນບ່ອນ ອື່ນຕະຫຼອດສາມເດືອນ ຊື່ວ່າເຂົ້າພັນສາ ຫຼືຈຳພັນສາ ປີໜຶ່ງມີການກຳໜົດ ສອງເທື່ອຄື : ປຸຣິມີກາວັສສູປະນາຍິກາ ເຂົ້າພັນສາຕົ້ນ ເລີ່ມແຕ່ແຮມ ໑ ຄ່ຳເດືອນ ໘ ແລະອອກພັນສາໃນມື້ ຂື້ນ ໑໕ ຄ່ໍາເດືອນ ໑໑ ສຳລັບພິກຂຸຜູ້ບໍ່ທັນໄດ້ອະທິຖານເຂົ້າພັນສາໃນເດືອນ ໘ ແຮມ ໑ ຄໍ່າ ແຕ່ມີຄວາມປະຖະຫນາຈະຈໍາພັນສາ ກໍ່ໃຫ້ໄປອະທິຖານເຂົ້າພັນສາໃນເດືອນ ໙ ແຮມ ໑ ຄ່ໍາແທນເອີ້ນວ່າ ປັສສິມິກາວັສສູປະນາຍິກາພັນສາ ຫຼື ພັນສາຫລັງ ແລະໄປອະທິຖານອອກພັນສາເດືອນ ໑໒ ເພັງແຕ່ບໍ່ໄດ້ອານິສົງກະຖິນ. ສໍາລັບ ປັສສິມມິກາພັນສາ ອາຈານທັງຫລາຍອະທິບາຍອີກວ່າ ຖ້າປີໃດເປັນປີ ອະທິກະມາດມີເດືອນ ໘ ສອງຫົນ ກໍ່ເລື່ອນມາເຂົ້າພັນສາເດືອນ ໘ ຫຼັງແທນຯ *ມູນເຫດແຫ່ງການເຮັດບຸນ ມີເລື່ອງເລົ່າໄວ້ໃນ ວັສສູປະນະຍິກາຂັນທະກະ ວ່າ ພິກຂຸບໍລິສັດທ່ຽວໄປໃນຊົນນະບົດ ບໍ່ມີເວລາພັກຜ່ອນ ທັງລະດູຮ້ອນ ລະດູໜາວ ລະດູຝົນ ໂດຍສະເພາະລະດູຝົນນີ້ ເປັນລະດູທີ່ຊາວນາເຮັດການຜະລິດກະສິກຳ ແລະເປັນລະດູທີ່ສັດນ້ອຍໃຫຍ່ທັງຫຼາຍຂະ ຫຍາຍເຜົ່າພັນ ພຣ...