บทความ

กำลังแสดงโพสต์จาก กันยายน, 2021

ບຸນເຂົ້າສະຫລາກ ເຂົ້າສາກ

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

รูปภาพ
ຮີດທີ ໙ ບຸນເຂົ້າປະດັບດິນ ເມື່ອເຖິງລະດູເດືອນ ໙ ແຮມ ໑໔ ຄໍ່າ ຫລືເດືອນ ໙ ດັບ ປະເພນີທີ່ຄົນລາວເຮົາຍຶດຖືປະຕິບັດກັນອີກບຸນ ໜຶ່ງກໍ່ຄືບຸນເຂົ້າປະດັບດິນ ເປັນການຖວາຍທານ ອາຫານຫວານຄາວ ປັດໃຈ ໔ ແດ່ພຣະສົງສາມະເນນ ແລ້ວອຸທິດສ່ວນບຸນກຸສົນ ຫາຍາດຕິພີ່ນ້ອງ ທີ່ລ່ວງລັບໄປສູ່ປະລະໂລກ ຄຳວ່າເຂົ້າປະດັບດິນ ໄດ້ແກ່ການນຳເອົາ ເຂົ້າ ປາ ອາຫານ ຫວານ ຄາວ ຂອງຄ້ຽວຂອງສັນ ເຮັດເປັນຫໍ່ ໆ ແລ້ວນຳໄປຖວາຍທານ ຈະເອົາໄປຫ້ອຍໄວ້ຕາມສາລາ ຕາມຂອກແຄແຈຮົ້ວວັດ ຕາມຕົ້ນໄມ້ ຫລືວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າເຂົ້າປະດັບດິນ ບາງບ່ອນກໍ່ເອົາໄວ້ຕາມນອກກຳແພງ ນອກຕ້າຍວັດກໍ່ມີ ເພື່ອຜູ້ຕາຍໄປເປັນຄົນບາບຫນາສາໂຫດ ເຂົ້າວັດບໍ່ໄດ້ຕາມຄວາມເຊື່ອ ຈິ່ງເອີ້ນວ່າ: ເຂົ້າປະດັບດິນ. ຈຸດປະສົງຂອງການເຮັດບຸນ ເພື່ອອຸທິດສ່ວນບຸນໄປໃຫ້ເປຕະຊົນ (ເຜດ) ຜູ້ທີ່ລ່ວງລັບໄປແລ້ວ ໃຫ້ໄດ້ມີສ່ວນ ອະນຸໂມທະນາສ່ວນບຸນກຸສົນ ແລ້ວໃຫ້ໄດ້ໄປເກິດຕາມຍະຖາກຳຂອງຕົນ ການເຮັດບຸນເຂົ້າປະດັບດິນນັ້ນເປັນເຈຕະນາ ບໍລິຈາກ ຢ່າງຫນຶ່ງ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ກະຕະເວທີຕໍ່ຜູ້ມີພະຄຸນ ເພາະລະດູນີ້ອາຫານຫວານຄາວ ໝາກໄມ້ຕ່າງຕ່າງອຸດົມສົມບູນ ເປັນການເຕືອນບອກສອນໃຫ້ຮູ້ວ່າເມື່ອໄດ້ດີແລ້ວ ຢ່າໄດ້ລືມບຸນຄຸນຄົນຜູ້ມີພະຄຸນ ນອກຈາກນີ້ຍັງເອື້ອເຟື້ອເພື່ອແຜ່ ຕ...