ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

ຮີດທີ ໙ ບຸນເຂົ້າປະດັບດິນ ເມື່ອເຖິງລະດູເດືອນ ໙ ແຮມ ໑໔ ຄໍ່າ ຫລືເດືອນ ໙ ດັບ ປະເພນີທີ່ຄົນລາວເຮົາຍຶດຖືປະຕິບັດກັນອີກບຸນ ໜຶ່ງກໍ່ຄືບຸນເຂົ້າປະດັບດິນ ເປັນການຖວາຍທານ ອາຫານຫວານຄາວ ປັດໃຈ ໔ ແດ່ພຣະສົງສາມະເນນ ແລ້ວອຸທິດສ່ວນບຸນກຸສົນ ຫາຍາດຕິພີ່ນ້ອງ ທີ່ລ່ວງລັບໄປສູ່ປະລະໂລກ ຄຳວ່າເຂົ້າປະດັບດິນ ໄດ້ແກ່ການນຳເອົາ ເຂົ້າ ປາ ອາຫານ ຫວານ ຄາວ ຂອງຄ້ຽວຂອງສັນ ເຮັດເປັນຫໍ່ ໆ ແລ້ວນຳໄປຖວາຍທານ ຈະເອົາໄປຫ້ອຍໄວ້ຕາມສາລາ ຕາມຂອກແຄແຈຮົ້ວວັດ ຕາມຕົ້ນໄມ້ ຫລືວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າເຂົ້າປະດັບດິນ ບາງບ່ອນກໍ່ເອົາໄວ້ຕາມນອກກຳແພງ ນອກຕ້າຍວັດກໍ່ມີ ເພື່ອຜູ້ຕາຍໄປເປັນຄົນບາບຫນາສາໂຫດ ເຂົ້າວັດບໍ່ໄດ້ຕາມຄວາມເຊື່ອ ຈິ່ງເອີ້ນວ່າ: ເຂົ້າປະດັບດິນ. ຈຸດປະສົງຂອງການເຮັດບຸນ ເພື່ອອຸທິດສ່ວນບຸນໄປໃຫ້ເປຕະຊົນ (ເຜດ) ຜູ້ທີ່ລ່ວງລັບໄປແລ້ວ ໃຫ້ໄດ້ມີສ່ວນ ອະນຸໂມທະນາສ່ວນບຸນກຸສົນ ແລ້ວໃຫ້ໄດ້ໄປເກິດຕາມຍະຖາກຳຂອງຕົນ ການເຮັດບຸນເຂົ້າປະດັບດິນນັ້ນເປັນເຈຕະນາ ບໍລິຈາກ ຢ່າງຫນຶ່ງ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ກະຕະເວທີຕໍ່ຜູ້ມີພະຄຸນ ເພາະລະດູນີ້ອາຫານຫວານຄາວ ໝາກໄມ້ຕ່າງຕ່າງອຸດົມສົມບູນ ເປັນການເຕືອນບອກສອນໃຫ້ຮູ້ວ່າເມື່ອໄດ້ດີແລ້ວ ຢ່າໄດ້ລືມບຸນຄຸນຄົນຜູ້ມີພະຄຸນ ນອກຈາກນີ້ຍັງເອື້ອເຟື້ອເພື່ອແຜ່ ຕໍ່ສັບພະສັດທັງຫລາຍນຳອີກ ຈິ່ງເອີ້ນວ່າບຸນເດືອນ ໙ ດັບ. ມູນເຫດແຫ່ງການເຮັດບຸນເຂົ້າປະດັບດິນ ມີເລື່ອງເລົ່າໄວ້ໃນພຣະໄຕຣປິດົກ ເປຕະວັດຖຸ ເນື້ອຄວາມວ່າ ໃນສະໄໝ ພຣະພຸດທະເຈົ້າພຣະນາມວ່າ ກັສສະປະ ຍາດພີ່ນ້ອງຂອງພະເຈົ້າພິມພິສານ ໄດ້ເກິດເປັນໄວຍະວັດຈະກອນ (ຜູ້ຂົນຂວາຍຄົນມາເຮັດບຸນ) ເມື່ອໄດ້ຂອງທານມາແລ້ວພາກັນໂລບລ່າຍຈ່າຍກິນຂອງສົງ ຫລັງຈາກຕາຍໄປແລ້ວໄດ້ໄປເກິດເປັນເຜດ ໄດ້ຫລາຍກັບ ເມື່ອສະໄຫມພຸດທະການ ພຣະເຈົ້າພິມພິສານ ໄດ້ເປັນຜູ້ອຸປະຖຳບຳລຸງພຣະສາສະນາ ໄດ້ເຮັດບຸນໃຫ້ທານຫລາຍປະການ ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໃຫ້ຍາດພີ່ນ້ອງທີ່ລ່ວງລັບໄປ ຢູ່ມາໄດ້ມີສຽງຮ້ອງຄວນຄາງ ໃຫ້ພຣະເຈົ້າພິມພິສານໄດ້ຍິນ ເປັນທີ່ຫນ້າຢ້ານກວາ ພຣະເຈົ້າພິມພິສານຈິງໄປໄຫວ້ພຣະຜູ້ມີພຣະພາກເພື່ອຖາມຕົ້ນປາຍສາຍເຫດ ພຣະພຸດທະເຈົ້າຈິ່ງຕັດໃຫ້ພຣະເຈົ້າພິມພິສານຮູ້ສາເຫດ ແລ້ວໃຫ້ເຮັດບຸນອຸທິດໄປໃຫ້ແກ່ຍາດພີ່ນ້ອງເຫຼົ່ານັ້ນ ກໍ່ພົ້ນຈາກສະພາວະທຸກຂະເວທະນານັ້ນ. ພິທີເຮັດບຸນ ມື້ແຮມ ໑໓ ຄ່ໍາເດືອນ ໙ ຫ້າງຫາກະກຽມຂອງທານ ມີເຂົ້າຕົ້ມ ນົມຫວານ ຜົນຫມາກໄມ້ຕ່າງ ໆ ຜ້ານຸ່ງຜ້າຫົ່ມ ຕາມທີ່ຫາມາໄດ້ ແລ້ວແບ່ງອອກເປັນສີ່ສ່ວນ: ສ່ວນຫນຶ່ງເອົາໄວ້ກິນໃນຄອບຄົວ, ສ່ວນທີສອງແບ່ງໃຫ້ຍາດພີ່ນ້ອງ, ສ່ວນທີ່ສາມເຮັດເປັນຫໍ່ ໆ ມີອາຫານຄາວ ຫວານ ໝ້ຽງໝາກຢາພັນ ມື້ແຮມ ໑໔ ຄ່ໍາຕອນ ສີ່ ຫ້າໂມງເຊົ້າກໍນຳ ໄປວາງໄວ້ຕາມສະຖານທີ່ຕ່າງໆ , ສ່ວນທີສີ່ຕົກແຕ່ງແປງໃຫ້ປານີດຈົບງາມແລ້ວນຳໄປໃສ່ບາດຖວາຍທານໃຫ້ພຣະສົງ ສາມະເນນໃນມື້ແຮມ ໑໔ ຄ່ໍາໃນວັດປະຈຳບ້ານ ເພື່ອຈະໄດ້ມີໂອກາດ ສະມາທານສິນ ຟັງທັມ ແຜ່ເມດຕາພາວະນາ ຕາມຄູບາອາຈານນຳພາ. ຄະຕິທັມໃນມື້ບຸນເຂົ້າປະດັບດິນ ຄື: ຄວາມກະຕັນຍູ ກະຕະເວທີ ດັງມີພຸດທະພາສິດວ່າ: ນິມິຕຕັງ ສາທຸຣູປານັງ ກະຕັນຍູກະຕະເວທີ ແປວ່າ ຄວາມກະຕັນຍູເປັນເຄື່ອງຫມາຍຂອງຄົນດີ ບູຮານຈິ່ງສອນວ່າ : "ຄັນໄດ້ເປັນນາຍແລ້ວຢ່າລືມຄຸນພວກໄພ່ ຄັນໄດ້ເປັນໃຫຍ່ແລ້ວຢ່າລືມແຮ້ວນົກໄກ່ນາ" "ຄັນໄດ້ກິນລາບກ້ອຍຢ່າລືມແຈ່ວແພວຜັກ ຄັນໄດ້ກິນພາເງິນພາຄຳຢ່າໄດ້ລືມກະບຽນຮ້າງ" ສາທຸບຸນທຽນ ໘ກັນຍາ ໒໕໖໑

ความคิดเห็น

โพสต์ยอดนิยมจากบล็อกนี้

ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ບຸນປີໃຫມ່ລາວ