ທຸດົງ 13 ຄວາມຫມາຍຂອງຄຳວ່າທຸດົງ
ທຸຕັງຄະກະຖາ(ວ່າດ້ວຍທຸດົງ) ທຸດົງຄ໌ (ພາສາບາລີວ່າ ທຸຕັງຄະ ) ເປັນວັດປະຕິບັດທີ່ພຣະພຸດທະເຈົ້າຊົງອະນຸຍາດໄວ້ ບໍ່ມີການບັງຄັບ ແລ້ວແຕ່ຜູ້ໃດຈະສະໝັກໃຈປະຕິບັດຂັດເກົາ ເປັນອຸບາຍ ວິທີກ ຳຈັດຂັດເກົາກິເລສ ເຮັດໃຫ້ເກິດຄວາມມັກນ້ອຍສັນໂດດ ຍິ່ງຂື້ນ ບໍ່ສະສົມ ໄປມາໃສກໍ່ສະດວກ ບໍມີພາລະຫຼາຍ ຄືນົກທີ່ມີພຽງປີກກໍບິນໄປໄດ້ທົ່ວທິດ ບໍ່ແມ່ນເພື່ອສະສົມ ຫຼືລາບສັກກາລະ ແລະຊື່ສຽງ ຖ້າຖືທຸດົງ ເພື່ອລາບສັກກາລະ ເພື່ອຊື່ສຽງ ປັບອາບັດທຸກກົດ (ຜິດວິນັຍ) . ໂດຍຮູບສັບ : ທຸດົງແປວ່າ ອົງຄຸນເປັນເຄື່ອງກຳຈັດກິເລສ ອົງຄຸນຂອງຜູ້ກຳຈັດກິເລສ ຫຼືການສະມາທານປະຕິບັດເອົາເພື່ອກຳຈັດກິເລສ ທີ່ເປັນອັນຕະລາຍຕໍ່ການປະຕິບັດດີງາມ. ຄວາມໝາຍ: ທຸດົງ ຄືຂໍ້ວັດປະຕິບັດ ຫຼືແນວທາງປະຕິບັດຈຳນວນ 13 ຂໍ້ ທີ່ພຣະພຸດທະເຈົ້້າໄດ້ອະນຸຍາດໄວ້ໃຫ້ແກ່ພຣະສົງ ເພື່ອເລືອກນຳໄປປະຕິບັດເພິ່ມເຕີມຂອງພຣະສົງ ອົງໃດຫນື່ງທີ່ສະໝັກໃຈສະມາທານເອົາ ເພື່ອນຳໄປປະຕິບັດຂັດເກົາໃຫ້ເປັນຜູ້ມັກນ້ອຍສັນໂດດ ເພື່ອກຳຈັດກິເລສ ທຸດົງນັ້ນເປັນພຽງຂໍ້ປະຕິບັດ ຫຼືແນວທາງໃນການປະຕິບັດ ທີ່ໃຫ້ເລືອກປະຕິບັດຕາມໃຈ ບໍ່ແມ່ນສິນຂອງພຣະສົງ ຜູ້ໃດຈ...