ທຸດົງ 13 ຄວາມຫມາຍຂອງຄຳວ່າທຸດົງ

 




ທຸຕັງຄະກະຖາ(ວ່າດ້ວຍທຸດົງ)

ທຸດົງຄ໌ (ພາສາບາລີວ່າ ທຸຕັງຄະ ) ເປັນວັດປະຕິບັດທີ່ພຣະພຸດທະເຈົ້າຊົງອະນຸຍາດໄວ້  ບໍ່ມີການບັງຄັບ ແລ້ວແຕ່ຜູ້ໃດຈະສະໝັກໃຈປະຕິບັດຂັດເກົາ ເປັນອຸບາຍ ວິທີກຳຈັດຂັດເກົາກິເລສ ເຮັດໃຫ້ເກິດຄວາມມັກນ້ອຍສັນໂດດ ຍິ່ງຂື້ນ ບໍ່ສະສົມ ໄປມາໃສກໍ່ສະດວກ ບໍມີພາລະຫຼາຍ ຄືນົກທີ່ມີພຽງປີກກໍບິນໄປໄດ້ທົ່ວທິດ ບໍ່ແມ່ນເພື່ອສະສົມ ຫຼືລາບສັກກາລະ ແລະຊື່ສຽງ ຖ້າຖືທຸດົງ ເພື່ອລາບສັກກາລະ ເພື່ອຊື່ສຽງ ປັບອາບັດທຸກກົດ (ຜິດວິນັຍ) .

        ໂດຍຮູບສັບ : ທຸດົງແປວ່າ ອົງຄຸນເປັນເຄື່ອງກຳຈັດກິເລສ ອົງຄຸນຂອງຜູ້ກຳຈັດກິເລສ  ຫຼືການສະມາທານປະຕິບັດເອົາເພື່ອກຳຈັດກິເລສ ທີ່ເປັນອັນຕະລາຍຕໍ່ການປະຕິບັດດີງາມ.

        ຄວາມໝາຍ: ທຸດົງ ຄືຂໍ້ວັດປະຕິບັດ ຫຼືແນວທາງປະຕິບັດຈຳນວນ 13 ຂໍ້ ທີ່ພຣະພຸດທະເຈົ້້າໄດ້ອະນຸຍາດໄວ້ໃຫ້ແກ່ພຣະສົງ ເພື່ອເລືອກນຳໄປປະຕິບັດເພິ່ມເຕີມຂອງພຣະສົງ ອົງໃດຫນື່ງທີ່ສະໝັກໃຈສະມາທານເອົາ ເພື່ອນຳໄປປະຕິບັດຂັດເກົາໃຫ້ເປັນຜູ້ມັກນ້ອຍສັນໂດດ ເພື່ອກຳຈັດກິເລສ ທຸດົງນັ້ນເປັນພຽງຂໍ້ປະຕິບັດ ຫຼືແນວທາງໃນການປະຕິບັດ ທີ່ໃຫ້ເລືອກປະຕິບັດຕາມໃຈ ບໍ່ແມ່ນສິນຂອງພຣະສົງ ຜູ້ໃດຈະປະຕິບັດຂໍ້ໃດຫນຶ່ງ ຫຼືບໍ່ປະຕິບັດກໍ່ຂື້ນຢູ່ກັບຄວາມສະໝັກໃຈ.

        ແຕ່ປະຈຸບັນສັງຄົມຊາວພຸດ ເມື່ອເຫັນພຣະແບກບາດ ແບກກົດອອກຈາກວັດ ຫຼື ໄປໃນປ່າໃນດົງກໍ່ວ່າເປັນພຣະທຸດົງ ຫຼື ພຣະເອງກໍ່ຕາມບໍ່ຮູ້ຮອດວ່າທຸດົງແປວ່າຫຍັງ ແຕ່ບອກວ່າຕົວເອງໄປທຸດົງ ຫຼືວ່າເດີນດົງ ເດີນປ່າຕາມຄວາມໝາບພາສາລາວເຮົາ ແຕ່ການອອກເດີນທາງໄປ ບໍ່ຢູ່ກັບທີ່ ຫລືໄຈາລິກໄປໃນທີ່ຕ່າງ ໆ ບໍ່ຢູ່ບ່ອນເກົ່າ ເພິ້ນເອີ້ວ່າ : ໂມເນຍຍະປະຕິບັດ ຄືການບໍ່ຢູ່ໃນທີ່ເດີມ ຊໍ້າ ບໍ່ບິນບາດໃນທີ່ເດີມຊໍ້າ ບໍ່ນອນໃນທີ່ເດີມຊໍ້າ ເພື່ອບໍ່ໄປຕັດສິນວ່າໃຜດີ ໃຜຊົ່ວ  ບ່ອນນັ້ນດີ ບ່ອນນີ້ຊົ່ວເປັນຕົ້ນ.

        ທຸດົງທີ່ພຣະພຸດທະເຈົ້າຊົງອະນຸຍາດ ມີ 13 ຂໍ້ສະມາທານ ແລະ 13 ຂໍ້ລະເວັ້ນມີດັ່ງນີ້:

1, ປັງສຸກູລິກັງຄະ: ລະເວັ້ນບໍ່ໃຊ້ຜ້າທີ່ປານີດຈົບງາມ ເໝືອນຄະຫະບໍດີໃຊ້. ສະມາທານໃຊ້ແຕ່ຜ້າບັງສະກຸນທີ່ເຂົາຖິ້ມແລ້ວ.

2, ເຕຈີວະຮິຕັງຄະ: ລະເວັ້ນການມີຜ້າໃນຄອບຄອງ ແລະນໍາໃຊ້ຜ້າເກີນ 3 ຜືນ ສະມາທານໃຊ້ຜ້າພຽງ 3 ຜືນ.

3, ປິນດະປາຕິກັງຄະ: ລະເວັ້ນຮັບອະຕິເລກລາບ(ຄືບໍ່ຮັບນິມົນໄປສູດ ໄປສັນ) ສະມາທານເອົາແຕ່ທ່ຽວບິນທະບາດເປັນປະຈຳ.

4, ສະປະທານະຈາຣິກັງຄະ : ລະເວັ້ນການຍຶດຕິດທ່ຽວພິກຂາຈານ(ບິນທະບາດ) ເພື່ອບໍ່ໃຫ້ຜູກພັນກັບຍາດໂຍມ. ສະມາທານບິນທະບາດຕາມລຳດັບບໍ່ເລືອກບ່ອນທີ່ຈະບິນທະບາດ ເດີນບິນທະບາດຕາມລຳດັບ.

5, ເອກາສະນິກັງຄະ: ລະເວັ້ນອາສະນະທີສອງ, ສະມາທານອາສະນະດຽວ(ສັນເຂົ້້າຄາບດຽວ) ບູຮານວ່າ: ສັນເອກາ .

6, ປັຕຕະບິນດິກັງຄະ: ລະເວັ້ນສັນພາຊະນະທີສອງ ໃສ່ອາຫານລວມໃນພາຊະນະດຽວກັນທັງໝົດ, ສະມາທານສັນໃນບາດ.

7, ຂະລຸປັສສາພັຕຕິກັງຂາ: ລະເວັ້ນການຮັບປະທານອາຫານເຫຼືອ, ສະມາທານເມື່ອເລີ່ມລົງມືສັນແລ້ວບໍຍອມຮັບເພິ່ມ.

8, ອາຮັນຍິກັງຄະ: ລະເວັ້ນການຢູ່ເສນາສະນະໃກ້ບ້ານ, ສະມາທານການຢູ່ໃນປ່າໄກອອກໄປ 500 ຊົ່ວຂາທະນູ ຫຼື ປະມານ 1 ກິໂລແມັດ, ໂດຍນັບລາຕີຢູ່ທີ່ປ່າຕະຫຼອດ.

9, ລຸກຂະມູລິກັງຄະ: ລະເວັ້ນການນອນທີ່ມຸງທີ່ບັງ(ເຊັ່ນ ກຸດຕິ ຖໍ້າ ເຮືອນ), ສະມາທານຢູ່ໂຄນຕົ້ນໄມ້ແຕ່ອະນຸຍາດໃຫ້ເຮັດຊຸ້ມຜ້າຈີວອນ, ຫຼືຍຸກປະຈຸບັນໃຊ້ກົດກໍໄດ້.

10, ອັພໂພກາສີກັງຄະ: ລະເວັ້ນການເຂົ້າຮົ່ມທຸກຊະນິດ, ສະມາທານຢູ່ກາງແຈ້ງ ບໍ່ຢູ່ກ້ອງຮົ່ມໃດ ໆ

11, ໂສສານິກັງຄະ: ລະເວັ້ນການຢູ່ສະຖານທີ່ພຸກຜ່ານ ເນືອງນັນ, ສະມາທານຢູ່ສະຖານທີ່ປ່ຽວ,ປ່າຊ້າ

12, ຍະຖາສັນຖະຕິກັງຄະ: ລະເວັ້ນການຍຶດຕິດໃນເສນາສະນະ, ສະມາທາຢູ່ຕາມມີຕາມໄດ້ ເພິ່ນຈັດໃຫ້ແນວໃດກໍ່ພໍໃຈຢູ່ຢ່າງນັ້ນ.                      

13, ເນສັດຊິກັງຄະ: ລະເວັ້ນການນອນ, ສະມາທານຖືອະຣິຍະບົດ 3 ຄືນັ່ງ, ຢືນ, ຍ່າງ ເທົ່ານັ້ນ.

ວັດປະຕິບັດກ່ຽວກັບທຸດົງແບ່ງເປັນ 3 ໝວດຄື:

1, ໝວດວ່າດ້ວຍ ຈີວະຣະປະຕິສັງຍຸດ ວ່າດ້ວຍຈີວອນ ມີ 2 ວັດຄື:

ຖືຜ້າບັງສະກຸນເປັນວັດ1, ຖືຜ້າ    3 ຜືນຄື:ໄຕຣຈີວອນເປັນວັດ1.

2,ໝວດວ່າດ້ວຍປິນດະປາຕະປະຕິສັງຍຸດ ກ່ຽວກັບບິນດະບາດມີ 5 ວັດຄື:

        ຖືບິນດະບາດເປັນວັດ ຄືສັນສະເພາະບິນດະບາດຢ່າງດຽວ1, ຖືການບິນດະບາດຕາມລຳດັບເປັນວັດ ຄືບໍ່ເລືອກທີ່ຮັກມັກທີ່ຊັງ,ບໍ່ວ່າເຮືອນຄົນຈົນ ຄົນມີຮັບໝົດ1, ຖືການສັນໃນອາສະນະດຽວເປັນວັດ ຄືສັນເຂົ້າຄາບດຽວ ສັນເອກາ1, ຖືການສັນໃນບາດເປັນວັດ ບໍ່ໃສ່ພາຊະນະອື່ນສັນນອກຈາກບາດ1, ຖືການຫ້າມພັດທີ່ຖວາຍຕາມຫຼັງເປັນວັດ ຄືຮັບອາຫານມາພໍແລ້ວເທົ່າໃດກໍ່ສັນເທົ່ານັ້ນອິ່ມບໍ່ອິ່ມກໍ່ບໍ່ຮັບອີກ1,

3,ໝວດວ່າດ້ວຍ ເສນາສະນະປະຕິສັງຍຸດ ກ່ຽວກັບເສນາສະນະມີ 6 ວັດຄື:

        ຖືການຢູ່ປ່າເປັນວັດ ຄືການຢູ່ໃນປ່າເທົ່ານັ້ນເປັນວັດ1, ຖືການຢູ່ໂຄນຕົ້ນໄມ້ ຄືການຢູ່ກ້ອງຕົ້ນໄມ້ເປັນວັດ1, ຖືການຢູ່ກາງແຈ້ງເປັນວັດ ຄືການຢູ່ແຕ່ກາງແຈ້ງເປັນວັດເທົ່ານັ້ນ1, ຖືການຢູ່ໃນປ່າຊ້າເປັນວັດ1, ຖືການຢູ່ໃນເສນາສະນະທີ່ເຂົາຈັດໃຫ້ເທົ່ານັ້ນເປັນວັດ1, ຖືການນັ່ງເປັນວັດ ຄືບໍ່ນອນເປັນວັດ1,

        ພຣະພິກຂຸຜູ້ມຸ່ງຫວັງຄວາມບໍລິສຸດ ມຸ່ງຫວັງກຳຈັດຂັດເກົາກິເລສ ອັນເປັນສິ່ງທີ່ເຮັດໃຫ້ເສົ້າ  ໝອງ ປາຖະໜາຄວາມພຽນ ມຸ່ງຫວັງຄວາມຫລຸດພົ້ນ ນອກຈາກປະຕິບັດຕາມໃນປາຣິສຸດທິສິນ4 ຄື:

ສັງລວມໃນປະຕິໂມກ, ສັງລວມອິນຊີ, ລ້ຽງຊີວິດບໍຣິສຸດ, ພິຈາລະນາປັດໄຈ 4 , ສຶກສາຕາມໄຕຣສິກຂາ ມີສິນ ສະມາທິ ປັນຍາແລ້ວ ຈະປະຕິບັດໃຫ້ເຂັ້ມຂຸ້ນຂື້ນອີກເພິ່ງສະມາທານເອົາທຸຕັງຄະວັດ 13 ຂໍ້ ຂໍ້ໃດຫນຶ່ງ ຫລື ພ້ອມກັນຫລາຍຂໍ້ກໍ່ແລ້ວແຕ່ສັດທາ ແລະກໍາລັງທີ່ຈະປະຕິບັດໄດ້

ຄຳສະມາທານທຸດົງ 13 ຂໍ້:

1, ຖືຜ້າບັງສະກຸນເປັນວັດສະມາທານວ່າ:

ຄະຫະປະຕິຈີວະຣັງ ປະຕິກຂິປາມິ ປັງສຸກູຣິກັງຄັງ ສະມາທິຍາມິຯ

2, ຖືຜ້າໄຕຣຈີວອນເປັນວັດສະມາທານວ່າ:

ຈະຕຸຕຖະຈີວະຣັງ ປະຕິກຂິປາມິ ເຕຈີວະຣິກັງຄັງ ສະມາທິຍາມິຯ

3, ຖືທ່ຽວບິນທະບາດເປັນວັດສະມາທານວ່າ:

ອະຕິເລກະລາພັງ ປະຕິກຂິປາມິ ປິນດະປາຕິກັງຄັງ ສະມາທິຍາມິຯ

4, ຖືທ່ຽວບິນທະບາດໄປຕາມລໍາດັບເປັນວັດສະມາທານວ່າ:

ໂລລຸປປະຈາຣັງ ປະຕິກຂິປາມິ ສະປະທານະຈາຣິກັງຄັງ ສະມາທິຍາມິຯ

5, ຖືນັ່ງສັນອາສະນະດຽວເປັນວັດສະມາທານວ່າ:

ນານາສະນະໂພຊະນັງ ປະຕິກຂິປາມິ ເອກາສະນິກັງຄັງ  ສະມາທິຍາມິຯ

6, ຖືສັນສະເພາະໃນບາດເປັນວັດສະມາທານວ່າ:

ທຸຕິຍະພາຊະນັງ ປະຕິກຂິປາມິ ປັຕຕະບິນດິກັງຄັງ ສະມາທິຍາມິຯ

7, ຖືຫ້າມພັດອັນນໍາມາຖວາຍ ທີຫຼັງສະມາທານວ່າ:

ອະຕິຣິຕຕະໂພຊະນັງ ປະຕິກຂິປາມິ ຂະຣຸປັຈສາພັຕຕິກັງຄັງ ສະມາທິຍາມິຯ

8, ຖືຢູ່ປ່າເປັນວັດສະມາທານວ່າ:

ຄາມັນຕະເສນາສະນັງ ປະຕິກຂິປາມິ ອາຣັນຍິກັງຄັງ ສະມາທິຍາມິຯ

9, ຖືຢູ່ໂຄນຕົ້້ນໄມ້ເປັນວັດສະມາທານວ່າ: ສັນນັງ ປະຕິກຂິປາມິ ຣຸກຂະມູນຣິກັງຄັງ ສະມາທິຍາມິຯ

10, ຖືຢູ່ກາງແຈ້ງເປັນວັດສະມາທານວ່າ:

ສັນນັນຈະ ຣຸກຂະມູລັນຈະ ປະຕິກຂິປາມິ ອັພໂພກາສິກັງຄັງ ສະມາທິຍາມິຯ

11, ຖືຢູ່ປ່າຊ້າເປັນວັດສະມາທານວ່າ: ອະສຸສານັງ ປະຕິກຂິປາມິ ໂສສານິກັງຄັງ ສະມາທິຍາມິຯ

12, ຖືການຢູ່ເສນາສະທີ່ເພິ່ນຈັດໃຫ້ເຊັ່ນໃດກໍພໍໃຈເຊັ່ນນັ້ນສະມາທານວ່າ:

ເສນາສະນະໂລລຸປປັງ ປະຕິກຂິປາມິ ຍະຖາສັນຖະຕິກັງຄັງ ສະມາທິຍາມິຯ

13, ຖືການນັ່ງເປັນວັດສະມາທານວ່າ: ເສຍຍັງ ປະຕິກຂິປາມິ ເນສັຊຊິກັງຄັງ ສະມາທິຍາມິຯ

ພຣະອະຣິຍະບຸຄຄົນໃນສະໄຫມພຸດທະການທີ່ມີຄວາມສຳຄັນໃນການຖືທຸດົງມີຄື:

ພຣະມະຫາກັສສະປະ ຖືຜ້າບັງສະກຸນ ຢູ່ປ່າ ບິນທະບາດເປັນວັດ, ພຣະນາລະກະ ຖືບິນທະບາດຕາມລຳດັບ ຢູ່ໃນເສນາສະນະເພິ່ນຈັດໃຫ້ເປັນວັດ, ພຣະໂມຄະຣາດ ຖືຜ້າບັງສະກຸນເປັນວັດ, ພຣະຈັກຂຸບານ ຖືການບໍ່ນອນເປັນວັດ, ພຣະມະຫາກາລ ຖືຢູ່ປ່າຊ້າເປັນວັດ ເປັນຕົ້ນຯ

ความคิดเห็น

โพสต์ยอดนิยมจากบล็อกนี้

ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

ບຸນປີໃຫມ່ລາວ