ຄວາມຫມາຍຂອງບຸນກະຖິນ
ວ່າດ້ວຍບຸນກະຖິນບຸນກະຖິນ ຫຼັງຈາກບຸນອອກພັນສາແລ້ວ ຄືນັບແຕ່ແຮມ 1 ຄ່ຳເດືອນ 11 ຫາເດືອນ 12 ເພັງ ເປັນໄລຍະບຸນກະຖິນ ທີ່ເປັນຮີດໜຶ່ງໃນຮອບ 12 ເດືອນ ຄູ່ກັບ ບຸນນະມັດການພຣະທາດຫຼວງວຽງຈັນ! ບຸນກະຖິນຈັດເປັນກາລະທານ ເພາະມີຂອບເຂດຈຳກັດພຽງໜຶ່ງເດືອນເທົ່ານັ້ນ ; ບຸນກະຖິນສ່ວນຫຼາຍນິຍົມຕັ້ງໃນໄລຍະເດືອນ 12 ຂ້າງຂື້ນ ແລະສ່ວນຫຼາຍຈັດເປັນບຸນມະຫາກະຖິນ ເພາະມີເວລາໃຫ້ຈັດກະກຽມບໍລິວານກະຖິນໄດ້ຫຼາຍກວ່າ ສ່ວນຈຸລກະຖິນນັ້ນບໍ່ຄ່ອຍນິຍົມໃນບ້ານເຮົາ. ຄຳວ່າ: “ ກະຖິນ ” ໄດ້ແກ່ “ ໄມ້ສະດຶງ ” ທີ່ເຮັດເປັນກອບ “ ໄມ້ແບບ ” ສໍາຫຼັບຂຶງຜ້າເພື່ອຫຍິບເປັນຜ້າຈີວອນຂອງພຣະພິກຂຸ. ເປັນຊື່ຜ້າ ຊື່ວ່າຜ້າກະຖິນ , ເປັນຊື່ພິທີກັມທາງສາສະໜາ ເອີ້ນວ່າ ບຸນກະຖິນ , ເປັນສັງຄະກັມເອີ້ນວ່າ ກຣານກະຖິນ ເປັນຕົ້ນ, ການເຮັດບຸນກະຖິນມີຕົ້ນເຫດມາຈາກ ພວກພິກຂຸຊາວເມືອງປາວາ ຈຳນວນ 30 ອົງປະສົງຈະໄປໄຫວ້ພຣະພຸດທະເຈົ້າທີ່ພຣະເຊຕະວັນ ແຕ່ໄປບໍ່ທັນວັນເຂົ້າພັນສາ ຈິ່ງພາກັນຈຳພັນສາທີ່ເມືອງສາເກດ ພໍອອກພັນສາແລ້ວກໍ່ພາກັນໄປເຂົ້າເຝົ້າ ຍ່າງຕາກແດດ ຕາກລົມໄປດ້ວຍຄວາມລຳບາກ ເຮັດໃຫ້ຜ້າຈີວອນເປິເປື້ອນ ແລະປຽກຊຸ່ມໄປດ້ວຍນ້ຳຝົນ ຈົນເຖິງວັດພຣະເຊຕະວັນ ພຣະອົງຊົງຊາບຄວາມລຳບາກຂອງພິກຂຸເຫຼົ່ານັ້ນ ຈິ່ງຖືເອົາເລື່ອງນີ້ເປ...