ຄວາມຫມາຍຂອງບຸນກະຖິນ
ວ່າດ້ວຍບຸນກະຖິນບຸນກະຖິນ
ຫຼັງຈາກບຸນອອກພັນສາແລ້ວ ຄືນັບແຕ່ແຮມ 1
ຄ່ຳເດືອນ 11 ຫາເດືອນ 12 ເພັງ ເປັນໄລຍະບຸນກະຖິນ
ທີ່ເປັນຮີດໜຶ່ງໃນຮອບ 12 ເດືອນ ຄູ່ກັບບຸນນະມັດການພຣະທາດຫຼວງວຽງຈັນ! ບຸນກະຖິນຈັດເປັນກາລະທານ
ເພາະມີຂອບເຂດຈຳກັດພຽງໜຶ່ງເດືອນເທົ່ານັ້ນ; ບຸນກະຖິນສ່ວນຫຼາຍນິຍົມຕັ້ງໃນໄລຍະເດືອນ 12 ຂ້າງຂື້ນ ແລະສ່ວນຫຼາຍຈັດເປັນບຸນມະຫາກະຖິນ
ເພາະມີເວລາໃຫ້ຈັດກະກຽມບໍລິວານກະຖິນໄດ້ຫຼາຍກວ່າ
ສ່ວນຈຸລກະຖິນນັ້ນບໍ່ຄ່ອຍນິຍົມໃນບ້ານເຮົາ.
ຄຳວ່າ: “ກະຖິນ” ໄດ້ແກ່ “ໄມ້ສະດຶງ” ທີ່ເຮັດເປັນກອບ “ໄມ້ແບບ” ສໍາຫຼັບຂຶງຜ້າເພື່ອຫຍິບເປັນຜ້າຈີວອນຂອງພຣະພິກຂຸ.
ເປັນຊື່ຜ້າ ຊື່ວ່າຜ້າກະຖິນ, ເປັນຊື່ພິທີກັມທາງສາສະໜາ ເອີ້ນວ່າ ບຸນກະຖິນ, ເປັນສັງຄະກັມເອີ້ນວ່າ ກຣານກະຖິນ ເປັນຕົ້ນ,
ການເຮັດບຸນກະຖິນມີຕົ້ນເຫດມາຈາກ
ພວກພິກຂຸຊາວເມືອງປາວາ ຈຳນວນ 30 ອົງປະສົງຈະໄປໄຫວ້ພຣະພຸດທະເຈົ້າທີ່ພຣະເຊຕະວັນ
ແຕ່ໄປບໍ່ທັນວັນເຂົ້າພັນສາ ຈິ່ງພາກັນຈຳພັນສາທີ່ເມືອງສາເກດ
ພໍອອກພັນສາແລ້ວກໍ່ພາກັນໄປເຂົ້າເຝົ້າ ຍ່າງຕາກແດດ ຕາກລົມໄປດ້ວຍຄວາມລຳບາກ
ເຮັດໃຫ້ຜ້າຈີວອນເປິເປື້ອນ ແລະປຽກຊຸ່ມໄປດ້ວຍນ້ຳຝົນ ຈົນເຖິງວັດພຣະເຊຕະວັນ
ພຣະອົງຊົງຊາບຄວາມລຳບາກຂອງພິກຂຸເຫຼົ່ານັ້ນ ຈິ່ງຖືເອົາເລື່ອງນີ້ເປັນຕົ້ນເຫດ
ຊົງອະນຸຍາດໃຫ້ພິກຜູ້ຈຳພັນສາຄົບ 3 ເດືອນແລ້ວ ກຣານກະຖິນໄດ້
ເພື່ອຂະຫຍາຍເຂດເຮັດຈີວອນໃຫ້ຍາວອອກໄປອີກ 1 ເດືອນ.
ຜ້າທີ່ສົມຄວນເຮັດເປັນຜ້າກະຖິນມີ
5
ຢ່າງຄື:
1)
ເປັນຜ້າໃໝ່ ທີ່ໄດ້ມາໂດຍຊອບທັມ.
2) ເປັນຜ້າຕ່ຳໃໝ່.
3) ເປັນຜ້າເກົ່າ.
4) ເປັນຜ້າບັງສະກຸນ.
5) ເປັນຜ້າທີ່ຕົກເຮ່ຍຕາມຕະຫຼາດບໍ່ມີເຈົ້າຂອງ.
ຜ້າທັງໝົດນີ້ເມື່ອໄດ້ມາແລ້ວ ຕ້ອງຕັດໃຫ້ໄດ້ຂະໜາດ ແລະ
ສັດສ່ວນຕາມພຸດທານຸຍາດ ຄື ຜ້າສັງຄາ ແລະ ຜ້າຄຸມ ຂະໜາດກວ້າງ 4 ສອກ ຍາວ 6 ສອກ; ຜ້າສະບົງ ກວ້າງ 2 ສອກ ຍາວ 6 ສອກ.
ຜ້າທີ່ນຳມາເປັນຜ້າກະຖິນບໍ່ໄດ້
ມີ 5 ຢ່າງຄື:
1)
ຜ້າທີ່ໄປຂໍຍືມເຂົາມາ.
2) ຜ້າທີ່ໄດ້ມາໂດຍບໍ່ຖືກຕ້ອງ
ຄືໄປເວົ້າທຽບຄຽງໄວ້.
3) ຜ້າທີ່ໄປເວົ້າແນະນຳເຂົາໄດ້ມາ.
4) ຜ້າທີ່ເປັນນິຈສັກຄີ
ຄືຜ້າທີ່ພຣະສົງມີເຫຼືອໃຊ້.
5) ຜ້າທີ່ໄດ້ມາໂດຍບໍ່ຊອບທັມ
ເຊັ່ນ: ລັກຂອງເຂົາມາ ເປັນຕົ້ນ.
ສ່ວນທີ່ເຫຼືອນັ້ນ ມີຈະຕຸປັດຈັຍ
ເຄື່ອງໃຊ້ຂອງສອຍ ແລະ ເງິນຄຳຕ່າງ ໆ ເພື່ອປະກອບສ່ວນເຂົ້າໃນການທະນຸບຳລຸງພຣະສາສະໜາວັດວາອາຮາມທັງໝົດ
ເອີ້ນວ່າ: “ບໍລິວານກະຖິນ”ກ່ຽວກັບການຈອງກະຖິນ : ເມື່ອຮອດລະດູການກະຖິນ
ຜູ້ມີສັດທາປະສົງຈະຖວາຍຜ້າກະຖິນໃຫ້ແກ່ພຣະສົງອົງໃດອົງໜຶ່ງ ໃນວັດນັ້ນໆ ເພິ່ນເອີ້ນວ່າ:
“ຈອງກະຖິນ” ເມື່ອຈອງແລ້ວລະບຸຊື່ເຈົ້າພາບ
ວັນເດືອນປີທີ່ຈະມາທອດຖວາຍລົງໄປ ແລ້ວນຳໄປຕິດໄວ້ ປະຕູສິມ ເປັນການເປິດເຜີຍທັງສອງຝ່າຍ
ຄືເຈົ້າພາບ ແລະ ພຣະສົງພາຍໃນວັດ ຫາກມີສັດທາອື່ນມາຈອງອີກແມ່ນບໍ່ໄດ້ເດັດຂາດ
ແຕ່ຖ້າຕົກລົງກັນເຮັດເປັນກອງດຽວມາທອດຮ່ວມກັນແມ່ນໄດ້ ເອີ້ນວ່າ: ກະຖິນສາມັກຄີ ຫຼື
ກະຖິນມະຫາສາມັກຄີ.
ສ່ວນຈຸລະກະຖິນນັ້ນເປັນການເຮັດຢ່າງຮີບດ່ວນ
ເຮັດໃຫ້ແລ້ວໃນມື້ດຽວ ນັບແຕ່ເກັບຝ້າຍ ອິ້ວຝ້າຍ, ເຂັນເປັນເສັ້ນ ແລ້ວນຳມາຕ່ຳເປັນແຜ່ນແພ
ນຳມາຕັດຫຍິບໃຫ້ເປັນຜ້າຈີວອນ ຜືນໃດຜືນໜຶ່ງກໍ່ໄດ້ ແລ້ວນຳມາຍ້ອມ
ສໍາເລັດແລ້ວກໍ່ຖວາຍໃຫ້ແລ້ວໃນມື້ດຽວ. ສໍາຫຼັບຈຸລະກະຖິນນນີ້ ບໍ່ຄ່ອຍມີຄົນນິຍົມເຮັດ
ເພາະຜູ້ເຮັດຕ້ອງມີຄວາມຊຳນານຈິ່ງເຮັດໄດ້.
ກ່ຽວກັບພຣະສົງຜູ້ຄວນຮັບກຣານກະຖິນ : ໃນພຣະວິນັຍ
ໄດ້ກຳນົດໄວ້ວ່າພຣະສົງ ຜູ້ທີ່ ເໝາະສົມໃນການຮັບກະຖິນ
ຕ້ອງຢູ່ຈຳພັນສາຄົບ 3 ເດືອນ ແລະ ມີພຣະສົງຈຳພັນສາໃນວັດນັ້ນຢ່າງນ້ອຍ 5 ອົງຂຶ້ນໄປ ຕ່ຳກວ່ານັ້ນໃຊ້ບໍ່ໄດ້
ຄືບໍ່ໄດ້ອານິສົງກະຖິນທັງຜູ້ຮັບ ແລະ ຜູ້ອະນຸໂມທະນາ. (ຖ້າມີພຣະຈຳພັນສານ້ອຍກວ່າ 5
ໃຫ້ຖວາຍເປັນຜ້າປ່າ ຜ້າຈຳນຳພັນສາແທນໄດ້ປະໂຫຍດຄືກັນ ຕ່າງແຕ່ບໍ່ໄດ້ອານິສົວກະຖິນ 5
ຂໍ້ເທົ່ານັ້ນ) ສ່ວນການໃຫ້ຜ້ກະຖິນນັ້ນ ໃນອັຕຖະກະຖາມະຫາວັກ ອະທິບາຍວ່າ
ຜ້າກະຖິນນັ້ນສົມຄວນໃຫ້ແກ່ພຣະພິກຂຸຜູ້ມີຜ້າຈີວອນອັນເກົ່າ
ຖ້າຫຼາຍອົງໃຫ້ສົມຄວນແກ່ຜູ້ມີພັນສາຫຼາຍ ຖ້າມີພັນສາຫຼາຍດ້ວຍກັນຫຼາຍອົງກໍ່ໃຫ້ຜູ້ທີ່ເປັນມະຫາບູຣຸດ
ຫຼື ຜູ້ທີ່ສົມຄວນຍົກຍ້ອງ ເປັນຜູ້ມີຂໍ້ວັດປະຕິບັດງົດງາມ ຜ່ອນລົງມາ
ສຸດແລ້ວແຕ່ຈະຕົກລົງກັນ ຈະເປັນເຈົ້າອາວາດ ຫຼື ພຣະເຖຣະທີ່ຄວນຍົກຍ້ອງນັບຖື
ນັບວ່າໄດ້ປະຕິບັດຕາມຄອງແຫ່ງອັຕຖະກະຖາຈານແລ້ວ.
ການຖວາຍຜ້າກະຖິນນັ້ນຈະຖວາຍທີ່ສາລາໂຮງທັມ, ຫໍແຈກ ຫຼື ສິມກໍ່ໄດ້ ແຕ່ການສູດກັມມະວາຈານັ້ນເປັນສັງຄະກັມ
ກະທຳໄດ້ແຕ່ໃນສິມຢ່າງດຽວ.
ການຖວາຍທານຜ້າກະຖິນແມ່ນມີອານິສົງຫຼາຍ
ເພາະເປັນການທານທີ່ພິເສດມີຂໍ້ຈຳກັດຫຼາຍປະການເຊັ່ນ:
1, ຈໍາກັດດ້ວຍການ ຄືໃຫ້ທານໄດ້ພຽງພາຍໃນເດືອນດຽວເທົ່ານນັ້ນ ນັບແຕ່ເດືອນ 11 ເພັງ
ຫາເດືອນ 12 ເພັງ
2, ຈໍາກັດດ້ວຍຊະນິດທີ່ໃຫ້ທານເທົ່ານັ້ນ ຄືໃຫ້ເປັນສັງຄະທານເທົ່ານັ້ນ
ຈະເຈາະຈົງໃຫ້ໃຜຜູ້ໃດຜູ້ໜື່ງແມ່ນບໍ່ໄດ້
3, ຈໍາກັດຄາວ ຄືປີໜຶ່ງຮັບໄດ້ພຽງຄັ້ງດຽວເທົ່ານັ້ນພາຍໃນວັດນັ້ນ
4, ຈໍາກັດຜູ້ຮັບ ຕ້ອງເປັນພຣະສົງທີ່ຈໍາພັນສາຖ້ວນໄຕຣມາດ ແລະມີພຣະຈໍາພັນສາ 5
ອົງຂື້ນໄປ
5. ຈໍາກັດງານ ຫຼືພິທີ ເມື່ອຖວາຍແລ້ວພຣະສົງຕ້ອງກຣານກະຖິນພາຍໃນວັນນັ້ນ
6, ຜ້າທີ່ຈະກຣານກະຖິນນັ້ນຈະເປັນຜ້າຜືນໃດໜື່ງກໍ່ໄດ້
ສ່ວນຫຼາຍຈະນິຍົມກຣານຜ້າສັງຄາ
ອານິສົງ ຄືຜົນທີ່ໄດ້ຈາກການຖວາຍກະຖິນນັ້ນ
ດັ່ງທີ່ກ່າວມາແລ້ວ ການຖວາຍຜ້າກະຖິນນັ້ນເປັນການເຮັດບຸນຕາມການ
ມີຂອບເຂດໜຶ່ງປີມີເວລາພຽງໜຶ່ງເດືອນ ຜູ້ເປັນເຈົ້າພາບເຈົ້າສັດທາຍ່ອມໄດ້ອານິສົງ 5 ປະການຄື:
1) ເປັນທີ່ຮັກເປັນທີ່ຊອບໃຈຂອງຄົນທັງຫຼາຍ.
2) ມີກຽດຕິຍົດຊື່ສຽງດັງໄປທົ່ວສາລະທິດ
3) ມີຄົນຮູ້ຈັກມັກຄຸ້ນ
4)
ມີຄວວາມອົງອາດກ້າຫານ
5)
ມີສະຕິຢູ່ຕະຫລອອດເວລາ
ຄວາມຫມາຍຂອງທຸງຕ່າງໆ
ໃນງານບຸນກະຖິນ
1, ທຸງແຂ້
ໝາຍເຖິງຄວາມໂລບ ກິນຫຼາຍ ຜູ້ທີ່ມີຄວາມໂລບຢູ່ໃນຈິດໃຈຍ່ອມເປັນຄົນເຫັນແກ່ຕົວ
ບໍ່ມີຄວາມພໍໃນຄວາມຢາກ ສະນັ້ນຜູ້ທີ່ໃຫ້ທານໄດ້ຕ້ອງສະຫຼະຄວາມໂລບອອກໃຫ້ໄດ້
ອີກຄວາມໝາຍໜຶ່ງມີນິທານກ່າວໄວ້ວ່າ
ເສດຖີຂີ້ຖີ່ ຕາຍໄປເປັນແຂ້ ເຫັນເພິ່ນທານຜ້າກະຖິນ ແຫ່ໄປທາງນ້ຳ
ຈິ່ງແຫ່ຕາມໄປເພາະຢາກໄດ້ບຸນ ຈົນຂາດໃຈຕາຍ.
2.
ທຸງຂີ້ເຂັບ ໝາຍເຖິງຄວາມໂກດ ມີພິດຮ້າຍແຮງ ແຜດເເຜົາຜູ້ທີ່ມີຄວາມໂກດແຄ້ນໃນໃຈ
3.
ທຸງນາງມັດສາ ໝາຍເຖິງຄວາມຫຼົງ ຜູ້ທີ່ຍັງມີກິເລດຢູ່ຍ່ອມຫຼົງໄຫຼມົວເມົານໍາ ຮູບ ນໍາສຽງ
ອັນເປັນສິ່ງຈ່ອງດຶງຈິດໃຈໃຫ້ຫຼົງຢູ່ ຍ່ອມບໍ່ໄດ້ເຂົ້າເຖິງຄວາມສຸກທີ່ແທ້ຈິງ
ອີກຄວາມໝາຍ ແມ່ນອານິສົງທີ່ໄດ້ໃຫ້ຜ້າກະຖິນເປັນທານ ຍ່ອມນຳມາເຊິ່ງຄວາມດີຄວາມງາມ
ຄືກັບນາງມັດສາ
4. ທຸງເຕົ່າ
ໝາຍເຖິງ ສະຕິ ຄືມີການສໍາລວມອິນຊີ ທັງຫົກ ມີຕາ ຫູ ເປັນຕົ້ນ
* ອີກຄວາມໝາຍໜຶ່ງ
ແມ່ນບອກໃຫ້ຮູ້ວ່າວັດນີ້ ມີຄົນຈອງກະຖິນແລະຮັບຜ້າກະຖິນແລ້ວ
ອານິສົງ 5 ສຳລັບຜູ້ຮັບ(ກຣານກະຖິນ)
ແລະຜູ້ອະນຸໂມທະນາກະຖິນ (ສະເພາະພຣະສົງ)
1,
ຈະໄປທາງໃດກໍ່ໄດ້ໂດຍບໍ່ຕ້ອງບອກລາ(ໃນສິກຂາບົດທີ 6 ອະເຈລະວັກ ປາຈິຕຕີ)
2. ຢູ່ປາສະຈາກໄຕຣຈີວອນໄດ້
ຄືບໍ່ເອົາຜ້າໄປຄົບກໍ່ໄດ້( ໃນສິກຂາບົດທີ 2 ຈີວະຣວັກ ນິສສັກຄີ)
3,
ສັນອາຫານຮ່ວມວົງກັນໄດ້(ໃນສິກຂາບົດທີ 2 ໂພຊະນະວັກ ປາຈິຕຕີ)
4,
ສາມາດເກັບຜ້າຈີວອນຫຼາຍຜືນໄດ້ (ສິກຂາບົດທີ 1 ຈີວະຣວັກ ນິສສັກຄີ)
5,
ຜ້າຈີວອນທີ່ເກີດຂື້ນໃນທີ່ນັ້ນ ໆ ສາມາດເກັບໄວ້ໄດ້ໂດຍບໍ່ເປັນຂອງສົງ
ມາຕິກາ 8 ຂໍ້ກຳຫນົດໃນການເດາະກະຖິນ
(ຍົກເລີກອານິສົງກະຖິນ)
1,
ເດີນທາງໄປບ່ອນອຶື່ນ ບໍ່ຄິດຈະກັບມາ
2,
ເຮັດຈີວອນແລ້ວ ໆ
3,
ຕັ້ງໃຈເລີກເລື່ອງການເຮັດຈີວອນ
4,
ຈີວອນທີ່ກໍາລັງເຮັດຢູ່ບໍ່ຖືກຕາມພຣະວິໄນ ບໍ່ໄດ້ມາດຕະຖານ ຫຼືເສຍໄປ
5,
ດ້ວຍການໄດ້ຍິນຂ່າວ ຄື ຈາກວັດໄປວ່າຈະກັບມາອີກ
ແຕ່ໄດ້ຍິນຂ່າວວ່າວັດທີ່ຢູ່ເຂົາເລີກເຮັດຈີວອນກັນແລ້ວ.
6,
ດ້ວຍຄວາມໝົດຫວັງ ຄືມີຄວາມຫວັງວ່າຈະໄດ້ຜ້າຈີວອນແຕ່ກໍ່ໝົດຫວັງ.
7,
ຢູ່ນອກເຂດສີມາ ຄື ຄິດຈະກັບມາທີ່ວັດນັ້ນ ຈົນໝົດສະໄໝຂອງກະຖິນ.
8,
ຍົກເລີກກະຖິນພ້ອມກັບພິກຂຸທັງຫຼາຍ ຄື ພົ້ນກໍາໜົດກໍ່ຖືວ່າຍົກເລີກກະຖິນຮ່ວມກັນ.
ປະລິໂພດ
(ຄວາມກັງວົນ ຄວາມຫ່ວງໃຍ) 2 ປະການ
1,
ອາວາດປະລິໂພດ ຄວາມກັງວົນ ຫ່ວງໃຍເລື່ອງວັດ (ຄືຕັ້ງໃຈຈະກັບມາທີ່ວັດ)
2,
ຈີວອນປະລິໂພດ ຄວາມກັງວົນ ຫ່ວງໃຍເລື່ອງຈີວອນ (ຄືຕັ້ງໃຈຈະເຮັດຈີວອນພາຍໃນກຳໜົດ)
ຖ້າໝົດປະລິໂພດ
2 ຢ່າງນີ້ກໍ່ເປັນອັນຍົກເລີກກະຖິນ
ກຣານກະຖິນ
ເປັນວິທີການ ຕັດ ຫຍິບ ຜ້າໄຕຣຈີວອນ
ຜືນໃດຜືນຫນຶ່ງ ໂດຍຂື້ນໄມ້ກະຖິນ (ໄມ້ຄຶງ) ນຳເອົາຜ້າທີ່ຈະຫຍິບເປັນຜ້າຈີວອນ
ມາຄືງທີ່ໄມ້ແລ້ວຫຍິບ ຍ້ອມ ດ້ວຍໄມ້ທີ່ມີລົດຝາດ(ປະຈຸບັນມີຜ້າສຳເລັດຮູບ
ຖ້າຜ້ານັ້ນຖືກຕາມພຣະວິໄນ ເປັນອັນໃຊ້ໄດ້)
ພຣະສົງທັງໝົດໃນວັດນັ້ນຮ່ວມໃຈກັນຍົກຜ້າຈີວອນທີ່ໄດ້ ໃຫ້ພຣະອົງໃດອົງໜຶ່ງ(
ຜູ້ທີ່ມີຜ້າເກົ່າຂາດ ຜູ້ທີ່ເໝາະສົມໃນການຮັບຜ້າ) ຕາມທີ່ສົງຕົກລົງກັນ
ພຣະທີ່ເຫຼືອຮ່ວມອະນຸໂມທະນານຳ ເອີ້ນວ່າ ກຣານກະຖິນ.
ກະຖິນເດາະ ໝາຍເຖິງກະຖິນເສຍຫາຍ ໃຊ້ບໍ່ໄດ້ ບໍ່ມີອານິສົງ
ພຣະສົງໝົດໂອກາດຈະໄດ້ປະໂຫຍດຈາກກະຖິນ ເກິດຈາກການເຮັດບໍ່ຖືກຕາມພຣະວິໄນ ແລະ
ຈາກການຍົກເລີກຂອງຄະນະສົງ ຄວາມໝົດກັງວົນ (ມາຕິກາ 8 )
ກະຖິນນະກິດ
ຄຳຖວາຍຜ້າກະຖິນ
ອິມັງ ພັນເຕ,
ສະປະຣິວາຣັງ, ກະຖິນນະຈີວະຣະທຸດສັງ,ສັງຄັດສະ, ໂອໂນຊະຍາມະ, ສາທຸ ໂນ ພັນເຕ ສັງໂຄ
ອິມັງ ສະປະຣິວາຣັງ, ກະຖິນນະທຸດສັງ ປະຕິກຄັນຫາຕຸ, ປະຕິກຄະເຫຕະວາ ຈະ, ອິມິນາ
ທຸດເສນະ, ກະຖິນນັງ, ອັດຖະຣະຕຸ ອັມຫາກັງ, ທີຄະຣັດຕັງ, ຫິຕາຍະ, ສຸຂາຍະຯ.
ຂ້າແຕ່
ພຣະສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫຼາຍ ຂໍນ້ອມຖວາຍ ຜ້າກະຖິນຈີວອນ
ກັບທັງບໍຣິວານທັງຫຼາຍເຫຼົ່ານີ້ ແດ່ພຣະສົງ ຂໍພຣະສົງ ຈົ່ງຮັບຜ້າກະຖິນ
ກັບທັງບໍຣິວານທັງຫຼາຍເຫຼົ່ານີ້ ຂອງພວກຂ້ານ້ອຍທັງຫຼາຍ ຖ້າຮັບແລ້ວ ຈົ່ງກຣານກະຖິນ
ດ້ວຍຜ້ານີ້ ເພື່ອປະໂຫຍດແລະຄວມສຸກແກ່ພວກຂ້ານ້ອຍທັງຫຼາຍ ສີ້ນການລະນານເທີ້ນຯ
ຄຳອຸປະໂຫຼກກະຖິນ ແບບ 2 ອົງ
ອົງທີ 1
ຜ້າກະຖິນທານກັບທັງຜ້າອານິສັງສະບໍຣິວານທັງປວງນີ້
ເປັນຂອງ................ ພ້ອມດ້ວຍ................ຜູ້ປະກອບດ້ວຍສັດທາ
ອຸດສາຫະພ້ອມພຽງກັນນ້ອມນຳມາຖວາຍແດ່ພຣະພິກຂຸສົງຜູ້ຈຳພັນສາຖ້ວນໄຕຣມາດໃນອາວາດວິຫານນີ້,
ກໍ່ແລ! ຜ້າກະຖິນນນະທານນີ້ເປັນຂອງບໍຣິສຸດດຸດເລື່ອຍລອຍມາໂດຍນະພາອາກາດ
ແລວແລ! ຕົກລົງໃນທີ່ປະຊຸມສົງ ຈະຈຳເພາະເຈາະຈົງວ່າເປັນຂອງສົງອົງໃດ ອົງໜຶ່ງກໍ່ຫາບໍ່ໄດ້
ມີພຣະບໍຣົມພຸດທານຸຍາດໄວ້ວ່າ ໃຫ້ພຣະພິກຂຸທັງປວງຍອມອະນຸຍາດໃຫ້ແກ່ພິກຂຸອົງໜຶ່ງ
ເພື່ອຈະກະທຳກະຖິນນັຕ ຖາຣະກິດ ຕາມພຣະບໍຣົມພຸດທານຸຍາດ ແລະມີຄຳອັດຖະກະຖາຈານ
ຜູ້ຮູ້ພຣະບໍຣົມພຸດທາທິບາຍ ສັງວັນນະນາໄວ້ວ່າ ພິກຂຸຜູ້ປະກອບດ້ວຍສີລະສຸຕະທິຄຸນ
ມີສະຕິປັນຍາສາມາດຮູ້ທັມ 8 ປະການ ມີບຸບພະກິດເປັນຕົ້ນ ພິກຂຸອົງນັ້ນ ຈິ່ງສົມຄວນ
ເພື່ອຈະກະທຳກະຖິນນັດຖາຣະກິດ ຕາມພຣະບໍຣົມພຸດທານຸຍາດໄດ້.
ບັດນີ້ພຣະສົງທັງປວງ ຈະເຫັນສົມຄວນແກ່ພິກຂຸອົງໃດ
ຈົ່ງພ້ອມກັນຍອມອະນຸຍາດໃຫ້ແກ່ພິກຂຸຮູບນັ້ນ ເທີ້ນ!
ອົງທີ
2
ຜ້າກະຖິນທານກັບທັງຜ້າອານິສັງສະບໍຣິວານທັງປວງນີ້
ຂ້າພະເຈົ້າພິຈາຣະນາເຫັນສົມຄວນແກ່ .......................
ເປັນຜູ້ມີສະຕິປັນຍາສາມມາດ ເພື່ອກະທຳກະຖິນນັດຖາຣະກິດ ຕາມພຣະບໍຣົມພຸດທານຸຍາດໄດ້. ຖ້າພິກຂຸອົງໃດ
ເຫັນບໍ່ສົມຄວນ ຈົ່ງທັກທ້ວງຂື້ນ ໃນທ່າມກາງລະຫວ່າງສົງ (ຢຸດພັກໜ້ອຍໜຶ່ງ)
ຖ້າເຫັນສົມຄວນແລ້ວ ! ຈົ່ງໃຫ້ສັດທະ ສັນຍາສາທຸການຂື້ນໃຫ້ພ້ອອມກັນເທີ້ນ..ຯ
ແບບກັມມະວາຈາໃຫ້ຜ້າກະຖິນ
ນະໂມ ຕັສສະ ພະຄະວະໂຕ
ອະຣະຫະໂຕ ສັມມາສັມພຸທທັສສະ ວ່າ 3 ເທື່ອ
ສຸນາຕຸ
ເມ ພັນເຕ ສັງໂຄ, ອິທັງ ສັງຄັດສະ ກະຖິນະທຸດສັງ ອຸປັນນັງ, ຍະທິສັງຄັດສະ ປັດຕະກັນລັງ,
ສັງໂຄ ອິທັງ ສັງຄັດສະ ກະຖິນະທຸດສັງ ອາຍ໌ສມະໂຕ
(...........................)ທະເທຍຍະ ກະຖິນັງ ອັດຖະຣິຕຸງ, ເອສາຍັດຕິຯ
ສຸນາຕຸ ເມ ພັນເຕ ສັງໂຄ, ອິທັງ ສັງຄັດສະ ກະຖິນະທຸດສັງ ອຸປັນນັງ, ຍະທິສັງຄັດສະ
ປັດຕະກັນລັງ, ສັງໂຄ ອິມັງ ກະຖິນະທຸດສັງ ອາຍ໌ສມະໂຕ (...........................)
ເທຕິ ກະຖິນັງ ອັດຖະຣິຕຸງ ຍັສ໌ສາຍັສ໌ມະໂຕ ຂະມະຕິ. ອິມັສສະ ກະຖິນະທຸດສັດສະ
ອາຍັສ໌ມະໂຕ (...........................) ທານັງ ກະຖິນັງ ອັດຖະຣິຕຸງ ໂສ ຕຸນຫັດສະ
ຍັດສະ ນັກຂະມະຕິ ໂສພາເສຍຍະ.
ທິນນັງ
ອິທັງ ສັງເຄນະ ກະຖິນະທຸດສັງ ອາຍ໌ສມະໂຕ (...........................) ກະຖິນັງ ອັດຖະຣິຕຸງ ຂະມະຕິ ສັງຄັດສະ
ຕັສ໌ມາຕຸນ໌ຫິ ເອວະເມຕັງ ທາຣະຍາມິ.
ຄຳທີ່ເປັນວົງເລັບ ໃຫ້ປ່ຽນຕາມສາຍາຂອງພິກຂຸຜູ້ຮັບກະຖິນ ເຊັ່ນ ຂັນຕິທັມໂມ ເປັນຂັນຕິທັມມັສສະ ຖ້າພິກຂຸຜູ້ຮັບອ່ອນກວ່າຜູ້ສູດ ໃຫ້ຕັດ ອາຍັສສະມະໂຕ
ອອກແລ້ວເຕີມ ພິກຂຸໂນ ຕໍ່ທ້າຍ ເຊັ່ນ ຂັນຕິທັມມັສສະ ປ່ຽນເປັນ ຂັນຕິທັມມັສສະພິກຂຸໂນ
ເປັນຕົ້ນ
*
ກ່ອນຈະກລານກະຖິນຕ້ອງຖອນຜ້າເກົ່າຜືນໃດຜືນໜຶ່ງກ່ອນ,
ພິນທຸຜ້າໃຫມ່ຜືນທີ່ຈະຄອງ,ອະທິຖານຜ້າທີ່ຄອງ,,ແລ້ວວ່າຄຳຄອງກະຖິນ
ຄຳກຣານກະຖິນ
ຜ້າສັງຄາວ່າ
: ອິມາຍະ ສັງຄາຕິຍາ ກະຖິນັງ ອັດຖະຣາມິ ວ່າ
3 ເທື່ອ
ຜ້າຄຸມວ່າ:
ອິມາຍະ ອຸຕຕະຣາ ສັງເຄນະ ກະຖິນັງ ອັຕຖະຣາມິ ວ່າ 3 ເທື່ອ
ຜ້າສະບົງວ່າ:
ອິມາຍະ ອັນຕະຣະວາສະເກນະ ກະຖິນນັງ ອັດຖະຣາມິ ວ່າ 3 ເທື່ອ
ຄຳອະນຸໂມທະນາກະຖິນ:
ພັນສາແກ່ຄອງວ່າ: ອັດຖະຕັງ ອາວຸໂສ ສັງຄັດສະ ກະຖິນນັງ ທັມມິໂກ ກະຖິນນັດຖາໂຣ ອະນຸໂມທະຖະຯ
ພັນສາອ່ອນຄອງວ່າ:
ອັດຖະຕັງ ພັນເຕ ສັງຄັດສະ ກະຖິນນັງ ທັມມິໂກ ກະຖິນນັດຖາໂຣ ອະນຸໂມທະຖະຯ
ພັນແກ່ອະນຸໂມທະນາ: ອັດຖະຕັງ ອາວຸໂສ ສັງຄັດສະ ກະຖິນນັງ ທັມມິໂກ ກະຖິນນັດຖາໂຣ ອະນຸໂມທາຖະຯ
ພັນສາອ່ອນອະນຸໂມທະນາ:
ອັດຖະຕັງ ພັນເຕ ສັງຄັດສະ ກະຖິນນັງ ທັມມິໂກ ກະຖິນນັດຖາໂຣ ອະນຸໂມທະຖະຯ
ความคิดเห็น
แสดงความคิดเห็น