ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ປະຫວັດຫຍໍ້ ວັດສີສະຫວ່າງວົງສ໌ ເມືອງໄຊຍະບູລີ ແຂວງໄຊຍະບູລີ ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ທິດເໜືອຕິດກັບ ບ້ານສີມຸງຄຸນ ທິດໃຕ້ຕິດກັບ ຫ້ອງວ່າການປົກຄອງແຂວງ ທິດຕາເວັນອອກຕິດກັບ ເສັ້ນທາງຫຼວງ (ໝາຍເລກ ......) ທິດຕາເວັນຕົກຕິດກັບທົ່ງນາ ຂອງບ້ານສີເມືອງ ໂດຍໄດ້ຮັບການອຸປະຖໍາຈາກ ສາມບ້ານຄື:ບ້ານສີເມືອງ, ບ້ານສີມຸງຄຸນ ແລະ ບ້ານຖິ່ນ. ວັດສີສະຫວ່າງວົງສ໌ ແມ່ນຖືເອົາພຣະນາມຂອງເຈົ້າຊີວິດອົງຊື່ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງສ໌ ຕອນເປັນເຈົ້າຊີວິດປົກຄອງພຣະຣາຊາຊະອານາຈັກລາວລ້ານຊ້າງ (1885-1959) ກ່ອນປົດປ່ອຍ ເຊີ່ງເຈົ້າສີສະຫວ່າງວົງສ໌ ເປັນເຈົ້າສັດທາສ້າງ ໂດຍໄດ້ສ້າງຂື້ນ 2 ແຫ່ງຄື: ວັດສີສະຫວ່າງວົງ ເມືອງໄຊຍະບູລີ ແລະ ວັດສີສະຫວ່າງວົງ ເມືອງປາກລາຍ. ສຳລັບວັດສີສະຫວ່າງວົງ ເມືອງໄຊຍະບູລີ ແມ່ນສ້າງຕັ້ງຂື້ນແຕ່ປີ ພ.ສ 2463 ຄ.ສ 1920 ໂດຍເມື່ອກ່ອນແມ່ນຕັ້ງຢູ່ແຄມແມ່ນ້ຳຮຸ່ງ ໃນຂອບເຂດບ້ານຖິ່ນໃນສະໄໝກ່ອນ ( ຢູ່ໃຕ້ຂົວຂາມບ້ານສີເມືອງ ຫາ ບ້ານນາໄຮໃນປັດຈຸບັນ ) ເຊີ່ງສະພາບການໃນແຕ່ລະປີພາໃຫ້ນ້ຳເຊາະເຈື່ອນດີນຂອງວັດຮອດເຄີ່ງໜຶ່ງ ເຮັດໃຫ້ຂອບເຂດດີນຂອງວັດເກີດຄວາມເສຍຫາຍ, ໃນເວລານັ້ນແມ່ນ ສາທຸໃຫຍ່ບຸດດາ ເປັນເຈົ້າອາທິການວັດ ທ່ານໄ...