ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ປະຫວັດຫຍໍ້ ວັດສີສະຫວ່າງວົງສ໌ ເມືອງໄຊຍະບູລີ ແຂວງໄຊຍະບູລີ ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ທິດເໜືອຕິດກັບ ບ້ານສີມຸງຄຸນ ທິດໃຕ້ຕິດກັບ ຫ້ອງວ່າການປົກຄອງແຂວງ ທິດຕາເວັນອອກຕິດກັບ ເສັ້ນທາງຫຼວງ (ໝາຍເລກ ......) ທິດຕາເວັນຕົກຕິດກັບທົ່ງນາ ຂອງບ້ານສີເມືອງ ໂດຍໄດ້ຮັບການອຸປະຖໍາຈາກ ສາມບ້ານຄື:ບ້ານສີເມືອງ, ບ້ານສີມຸງຄຸນ ແລະ ບ້ານຖິ່ນ. ວັດສີສະຫວ່າງວົງສ໌ ແມ່ນຖືເອົາພຣະນາມຂອງເຈົ້າຊີວິດອົງຊື່ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງສ໌ ຕອນເປັນເຈົ້າຊີວິດປົກຄອງພຣະຣາຊາຊະອານາຈັກລາວລ້ານຊ້າງ (1885-1959) ກ່ອນປົດປ່ອຍ ເຊີ່ງເຈົ້າສີສະຫວ່າງວົງສ໌ ເປັນເຈົ້າສັດທາສ້າງ ໂດຍໄດ້ສ້າງຂື້ນ 2 ແຫ່ງຄື: ວັດສີສະຫວ່າງວົງ ເມືອງໄຊຍະບູລີ ແລະ ວັດສີສະຫວ່າງວົງ ເມືອງປາກລາຍ. ສຳລັບວັດສີສະຫວ່າງວົງ ເມືອງໄຊຍະບູລີ ແມ່ນສ້າງຕັ້ງຂື້ນແຕ່ປີ ພ.ສ 2463 ຄ.ສ 1920 ໂດຍເມື່ອກ່ອນແມ່ນຕັ້ງຢູ່ແຄມແມ່ນ້ຳຮຸ່ງ ໃນຂອບເຂດບ້ານຖິ່ນໃນສະໄໝກ່ອນ ( ຢູ່ໃຕ້ຂົວຂາມບ້ານສີເມືອງ ຫາ ບ້ານນາໄຮໃນປັດຈຸບັນ ) ເຊີ່ງສະພາບການໃນແຕ່ລະປີພາໃຫ້ນ້ຳເຊາະເຈື່ອນດີນຂອງວັດຮອດເຄີ່ງໜຶ່ງ ເຮັດໃຫ້ຂອບເຂດດີນຂອງວັດເກີດຄວາມເສຍຫາຍ, ໃນເວລານັ້ນແມ່ນ ສາທຸໃຫຍ່ບຸດດາ ເປັນເຈົ້າອາທິການວັດ ທ່ານໄດ້ສົມທົບກັບອຳນາດການປົກຄອງ ແລະ ອອກຕົນຍາດໂຍມບ້ານຖິ່ນ ປຶກສາຫາລື ແລະ ຊີ້ແຈງໃຫ້ເຫັນເຖິງໄພພິບັດທຳມະຊາດທາງນ້ຳ ທີ່ບໍ່ເປັນຜົນດີຕໍ່ວັດ ແລະ ການດຳລົງຊີວິດຂອງພຣະພິຂຸສົງ ຈຶ່ງໄດ້ຕົກລົງພາກັນ ຂື້ນນຳສະເໜີຖວາຍລາຍງານເຖິງເຈົ້າຊີວິດທີ່ພຣະຣາດຊະວັງ ຫຼວງພະບາງ ເພື່ອຂໍຍ້າຍວັດໄປຕັ້ງຢູ່ສະຖານທີ່ໃໝ່. ມາຮອດປີ 1942 ຈຶ່ງໄດ້ຍ້າຍວັດອອກຈາກແຄມແມ່ນ້ຳຮຸ່ງ ເຊິ່ງເພີ່ນໄດ້ກຳນົດເອົາດອນນາຂອງຊາວບ້ານຖິ່ນເປັນບ່ອນສ້າງຕັ້ງວັດແຫ່ງໃໝ່ ( ທີ່ຕັ້ງປັດຈຸບັນນີ້ ) ການຍົກຍ້າຍວັດຄັ້ງນັ້ນກໍເປັນພຽງແຕ່ນຳເອົາອຸປະກອນ ທີ່ໃຊ້ໃນການສ້າງວັດແຫ່ງເກົ່າ ມາສ້າງວັດແຫ່ງໃໝ່ເປັນສ່ວນໃຫຍ່ ແຕ່ກໍຍັງຄົງຊື່ເດີມໄວ້ຄື: ວັດສີສະຫວ່າງວົງສ໌ ເພາະການຍົກຍ້າຍມາປຸກສ້າງຢູ່ສະຖານທີ່ໃໝ່ກໍແມ່ນເຈົ້າຊີວິດສີສະຫວ່າງວົງສ໌ ເປັນຜູ່ນຳພາ ແລະ ເອົານາຍຊ່າງ ພ້ອມທັງວັດຖຸ, ອຸປະກອນສ່ວນໜຶ່ງມາແຕ່ຫຼວງພະບາງ ສ້າງຈົນສຳເລັດ. ມາຮອດຕົນປີ ພ,ສ 2486 ຄ,ສ 1943 ແມ່ນໄດ້ລິເລີ່ມ ກໍ່ສ້າງພັດທະສິມາ ຂື້ນເພື່ອເປັນບ່ອນປະດິດ ສະຖານພຣະພຸດທະຮູບອົງທີ່ສຳຄັນຕ່າງໆແລະ ເປັນບ່ອນກາບໄຫວ້ຂອງປະຊາຊົນຊາວພຸດທະສາສະນິກະຊົນຜູ້ເຫຼື້ອມໃສ ຕໍ່ວັດແຫ່ງນີ້, ຂະໜາດຂອງພັດທະສີມາແມ່ນ: ກວ້າງ 9 ແມັດ,ຍາວ 18 ແມັດ, ສູງ 15 ແມັດ, ຫຼັງຄາມຸງດ້ວຍດີນຂໍ ໂດຍມີຍອດຊໍ່ຟ້າເປັນແບບຍອດສະດາ (ມຸງກຸດຂອງເຈົ້າຊີວິດ). ອາຍຸຂອງພັດທະສີມາແມ່ນ 74 ປີ. ເຊິ່ງຢູ່ໃກ້ກັບພັດທະສິມານັ້ນແມ່ນໄດ້ສ້າງທາດໄວ້ 1 ລູກ. ເນື່ອງຈາກວັດດັ່ງກ່າວເປັນວັດໃຫຍ່ ຕັ້ງຢູ່ຈຸດໃຈກາງເທດສະບານແຂວງ ເຊິ່ງເປັນທີ່ຕັ້ງຂອງ ອົງການພຸດທະສາສະໜາສໍາພັນລາວ ປະຈໍາແຂວງ, ທັງເປັນທີ່ຕັ້ງ ຂອງຫ້ອງການກໍາມາທິການສຶກສາສົງແຂວງ, ທັງເປັນທີ່ຕັ້ງ ຂອງຫ້ອງການອົງການພຸດທະສາສະໜາສໍາພັນລາວ ປະຈໍາເມືອງ ຫຼື (ອພສ ເມືອງໄຊຍະບູລີ) ແລະ ຍັງເປັນທີ່ຕັ້ງຂອງໂຮງຮຽນມັດທະຍົມສຶກສາສົມບູນສົງ ນໍາອີກ. ຍ້ອນແນວນັ້ນ ວັດດັ່ງກ່າວຈຶ່ງມີພາລະບົດບາດ ແລະ ມີຄວາມໝາຍສໍາຄັນເປັນພິເສດຕໍ່ພຸດທະສາສະໜາ ແລະ ສັງຄົມພາຍໃນແຂວງໄຊຍະບູລີ. ຍ້ອນການເວລາໄດ້ລ່ວງເລີຍມາເປັນເວລາຫຼາຍປີ ຈຶ່ງມີເຈົ້າອະທິການວັດ ເປັນຜູ້ປົກຄອງຫຼາຍອົງໄດ້ຖືກແຕ່ງຕັ້ງ ປ່ຽນແທນກັນ ດັ່ງມີລາຍລະອຽດຄື: ລ/ດ ຊື່ ແລະ ນາມສະກຸນ ໄລຍະດໍາລົງຕໍາແໜ່ງ ໝາຍເຫດ 1. ສາທຸໃຫຍ່ ສີດາ ປີ ຄສ 1920-1949 (29 ປີ) ວັດເກົ່າ (ແຄມນໍ້າຮຸ່ງ). 2. ພຣະອາຈານ ທໍາມັງກາ ກັນທະວົງ ປີ ຄສ 1949-1951 (2 ປີ) ບ້ານຖິ່ນເຫັນດີແຕ່ງຕັ້ງ. 3. ພຣະອາຈານ ປະມວນ ປີ ຄສ 1951-1956 (5 ປີ) ບ້ານຖິ່ນເຫັນດີແຕ່ງຕັ້ງ. 4. ພຣະອາຈານ ຈະເລີນ ຄິຣີຊີ ປີ ຄສ 1956-1973 (17 ປີ) ບ້ານຖິ່ນເຫັນດີແຕ່ງຕັ້ງ. 5. ສາທຸໃຫຍ່ ບຸນສີມາ ແສງສະຫວັດ ປີ ຄສ 1973-2000 (27 ປີ) 3 ບ້ານເຫັນດີແຕ່ງຕັ້ງ. 6. ພຣະອາຈານ ບຸນທັນ ແສງຈັນ ປີ ຄສ 2000-2007 (7 ປີ) 3 ບ້ານເຫັນດີແຕ່ງຕັ້ງ. 7. ພຣະອາຈານ ສຸນິກອນ ຈະເລີນສຸກ ປີ ຄສ 2008 ( 1 ປີ) (ຍົກຍ້າຍໄປຮຽນຕໍ່). 8. ພຣະອາຈານ ຄໍາພາດ ແກ້ວມະນີວັນ ປີ ຄສ 2008-2014 (6 ປີ) 3 ບ້ານເຫັນດີແຕ່ງຕັ້ງ. 9. ພຣະອາຈານ ປທ ບຸນທຽນ ພຸດທະວະໂຣ ປີ ຄສ 2014- ປັດຈຸບັນ 3 ບ້ານເຫັນດີແຕ່ງຕັ້ງ. ເຈົ້າອະທິການວັດ ທີ່ໄດ້ກ່າວມາເທິງນັ້ນ ແຕ່ລະອົງກໍ່ໄດ້ເອົາໃຈໃສ່ໃນການພັດທະນາວັດວາອາຮາມແຫ່ງນີ້ໃຫ້ມີຄວາມຈະເລີນຮຸ່ງເຮືອງໄປພ້ອມກັບການພັດທະນາເສດຖະກິດວັດທະນະທໍາສັງຄົມຂອງຝ່າຍໂລກຕະຫຼອດມາ. ຍ້ອນປະເທດຊາດໄດ້ຮັບການພັດທະນາເສດຖະກິດສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ ຊີວິດການເປັນຢູ່ຂອງພົນລະເມືອງກໍ່ນັບມື້ມີຄວາມອຸດົມສົມບູນ ຈິດໃຈໃສສັດທາຕໍ່ການພັດທະນາພຸດທະສາສະໜາກໍ່ເພີ່ມຂຶ້ນ ຝູງຊົນໄດ້ພ້ອມກັນເຂົ້າວັດຟັງທໍາ ສ້າງສິນກິນທານນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ຫໍແຈກຫຼັງເກົ່າບໍ່ສາມາດຮອງຮັບຄົນຈໍານວນຫຼາຍໄດ້. ໃນປັດຈຸບັນ ວັດສີສະຫວ່າງວົງສ໌ ຖືໄດ້ວ່າເປັນວັດແຫ່ງໜຶ່ງທີ່ສຳຄັນຂອງປະຊາຊົນຊາວແຂວງໄຊຍະບູລີ ເພາະວ່າ ນອກຈາເປັນວັດທີ່ເກົ່າແກ່ ແລະ ສຳຄັນແລ້ວ ກໍ່ຍັງເປັນສະຖານທີ່ທາງດ້ານການສຶກສາທີ່ສູງສຸດຂອງແຂວງໄຊຍະບູລີ ໂດຍສະເພາະ ມີສຳນັກງານ ອ.ພ.ສ ແຂວງ, ສຶກສາສົງແຂວງ, ອ.ພ.ສ ເມືອງ ແລະ ມີໂຮງຮຽນ ມັດທະຍົມສົມບູນສົງ ອີກດ້ວຍ.
( ຮູບ 1 ພັດທະສີມາ ວັດສີສະຫວ່າງວົງ ທີ່ໄດ້ບູຣະນະປະຕິສັງຂອນ ຮູບ ປີ 2016 ) ພັດທະສິມາຫລັງນີ້ສ້າງຂື້ນປີ ພ.ສ 2486 ຄ.ສ 1943 ເພື່ອເປັນບ່ອນປະດິດ ສະຖານພຣະພຸດທະຮູບອົງປະທານ ເປັນບ່ອນປະກອບສັງຄະກຳຂອງພຣະສົງ ແລະ ເປັນບ່ອນກາບໄຫວ້ຂອງປະຊາຊົນຊາວພຸດທະສາສະນິກະຊົນຜູ້ເຫຼື້ອມໃສ ຕໍ່ວັດແຫ່ງນີ້, ຂະໜາດຂອງພັດທະສີມາແມ່ນ: ມີຄວາມກວ້າງ 9 ແມັດ, ຍາວ 18 ແມັດ, ສູງ 15 ແມັດ, ຫຼັງຄາລົດລັ່ນສອງຊັ້ນ ມຸງດ້ວຍດີນຂໍ ໂດຍມີຍອດຊໍ່ຟ້າເປັນແບບຍອດສະດາ (ມຸງກຸດຂອງເຈົ້າຊີວິດ). ຮູບຊົງສິມແມ່ນສິນລະປະລາວລ້ານຊ້າງຫລວງພຣະບາງຕອນປາຍ ຫນ້າຈົ່ວ ຄວັດເປັນລາຍລາວດ້ວຍໄມ້ຊໍ້ ທີ່ມີສິນລະປະອ່ອນຊ້ອຍງົດງາມ ມີຄວາມຫມາຍ ຄວາມສຳຄັນທາງປະຫວັດສາດສິນລະປະ ແລະຄະຕິທັມ ແບ່ງອອກເປັນ ສາມສ່ວນ ເຊິ່ງຫມາຍເຖິງໄຕຣພູມ ຫລື ພົບສາມ ຊັ້ນລຸ່ມສຸດມີເສົາສີ່ເສົາຄ້ຳ ຫມາຍເຖິງທາດ ສີ່ມີດິນ, ນ້ຳ, ລົມ, ໄຟ ຮວງເຜິ້ງ ລາຍດອກບົວເທດ ບົວເຄືອ ຫ້ອງກາງມີລາຍພຣະຣາຫູ ອົມເຄືອດອກ ເຊິ່ງຫມາຍເຖິງກາມມະພົບ, ຊັ້ນທີສອງ ຄວັດເປັນລາຍດອກບົວເທດ ບົວເຄືອ ດອກມົນທາທິບ ເປັນລັກສະນະມົນກົມ ເຊິ່ງຫມາຍເຖິງ ຮູບປະພົບ, ຊັ້ນທີ່ສາມ ເປັນຊັ້ນສູງສຸດ ຄວັດເປັນລາຍຊໍ່ ຫລືລາຍກະຈັງຕາອ້ອຍ ລາຍທຸ່ມເຂົ້້າ ທາງກາງມີເທບພະນົມ ເຄິ່ງຕົວ ເຊິ່ງຫມາຍເຖິງຊັ້ນ ອະຮູບປະພົບ, ມີຊຸ້ມປະຕູໂຂງເຂົ້າສາມທາງ ມີປ່ອງຢ້ຽມແປດປ່ອງ ແຂນນາງຄວັດເປັນລາຍນາກຄ້ຳ ຂ້າງລະເຈັດຕົວ ບານປະຕູແລະບານປ່ອງຢ້ຽມລ້ວນແຕ່ຄວັດເປັນລວດລາຍລາວ ອ່ອນຊ້ອຍງົດງາມ ອາຍຸຂອງພັດທະສີມາແມ່ນ 74 ປີ (2016) ມາເຖິງວັນທີ 17 ກຸມພາ 2016 ພຣະອາຈານບຸນທຽນ ພຸດທະວະໂຣ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ, ທັງເປັນເຈົ້າອະທິການວັດສີສະຫວ່າງວົງ ໄດ້ປຶກສາຫາລືກັບອໍານາດການປົກຄອງບ້ານ 3 ບ້ານ. ໂດຍເຫັນເຖິງຄວາມເກົ່າ ແລະຊຸດໂຊມຂອງຫຼັງຄາພັດທະສີມາ ຈຶ່ງໄດ້ສະເໜີເຖິງພາກສ່ວນກ່ຽວ ສະເໜີຕໍ່ທ່ານເຈົ້າແຂວງ ເພື່ອໃຫ້ມີການບູຣະນະປະຕິສັງຂອນຫຼັງຄາຄືນໃໝ່ ເຊິ່ງມຸງດ້ວຍດິນຂໍແບບເກົ່າ ປະດັບຍອດຊໍ່ຟ້າ ຈໍານວນ 9 ຍອດ ແລະໂອບຄຳໃສ່ຊໍ່ຟ້າຈຳນວນສາມບາດ (ແທນອັນເກົ່າທີ່ເປັນຍອດຊະດາ) ແຕ່ຍັງຄົງຮັກສາຮູບຊົງຫລັງຄາເດີມ, ການບູຣະນະປະຕິສັງຂອນໃນຄັ້ງນີ້ ຖືໄດ້ວ່າ ເປັນຄັ້ງທໍາອິດ ນັບແຕ່ໄດ້ສ້າງພັດທະສີມາຫຼັງນີ້ມາເປັນເວລາ 74 ປີ ການບູລະນະປະຕິສັງຂອງຄັ້ງນີ້ ໂດຍແມ່ນສັດທາຂອງທ່ານ ຈອນ ພູ + ນາງ ຣົມມະນີ ຈັນທະວົງ, ຄອບຄົວ ທ່ານ ດຣ. ຄໍາຫຼ້າ + ດຣ. ນາງ ຄໍາຜີວ ພູທອນສີ ພ້ອມດ້ວຍຍາດຕິພີ່ນ້ອງ ຕະຫຼອດຮອດສັດທາສາທຸຊົນຜູ້ມີຈິດສັດທາປະກອບສ່ວນຕື່ມ ລວມມູນຄ່າໃນການບູຣະນະປະຕິສັງຂອນໃນຄັ້ງນີ້ທັງໝົດ 155.380.000 ກີບ ( ໜຶ່ງຮ້ອຍຫ້າສິບຫ້າລ້ານ ສາມແສນແປດສີບພັນກີບ ) ໂດຍໄດ້ເລີ່ມການບູລະນະປະຕິສັງຂອນມາແຕ່ ວັນທີ 5 ມິນາ 2016 ຈົນມາຮອດ ວັນທີ 1 ກຸມພາ 2017 ຈຶ່ງໄດ້ມີການຍົກຍອດຊໍ່ຟ້າ ເປັນອັນສໍາເລັດເສັດສິ້ນໃນການບູຣະນະປະຕິສັງຂອນພັດທະສີມາໃນຄັ້ງນີ້. ນອກຈາກບູລະນະຫລັງຄາສິມ ແລະປ່ຽນຍອດຊໍ່ຟ້າແລ້ວ ຍັງໄດ້ມີການບູລະນະເພດານສິມໃຫມ່ ເຊິ່ງ ປ່ຽນຈາກໄມ້ອັດມາເປັນແປ້ນໄມ້ຊໍ້ ແລະລາຍດຸນໂລຫະ ແທນຮູບແຕ້ມ ໂດຍມີແມ່ຫອມແກ້ວ ບຸນວົງ ພ້ອມດ້ວຍລູກຫລານ ແລະສັດທາສາມຫມູ່ບ້ານຮ່ວມກັນ ເປັນເຈົ້າສັດທາຄ່າຊ່າງ ມູນຄ່າ 17,685.000 ກີບ ແລະຈ່າຍຄ່າໄມ້, ສີ, ລາຍດຸນໂລຫະ ລວມທັງຫມົດ 24,447,000 ກີບ ຫໍແຈກວັດສີສະຫວ່າງວົງ ຫໍແຈກວັດສີສະຫວ່າງ ໃນປີ 2006-2007 ທາງວັດໄດ້ມ້າງຫໍແຈກຫຼັງເກົ່າ ທີ່ເຮັດດ້ວຍໄມ້ທັງໝົດທີ່ເປ່ເພຊຸດໂຊມຫຼາຍ ແລະ ມີຂະໜາດບັນຈຸຄົນໄດ້ນ້ອຍ ຈຶ່ງໄດ້ສ້າງຫຼັງໃໝ່ຂຶ້ນທົດແທນ ມີຂະໜາດກ້ວາງ 21 ແມັດ ຍາວ 40 ແມັດ, ເຮັດດ້ວຍປູນຊີມັງ ຫຼັງຄາໂຄງເຫຼັກ ມຸງດ້ວຍດິນຂໍ ຫລັງຄາລົດລັ່ນກັນ ສາມຊັ້ນ ປະດັບໂງ່ ຊໍ່ຟ້າ ເຈັດຍອດ ໂດຍແມ່ນ ທ່ານລຽນ ທີແກ້ວ ເຈົ້າແຂວງໄຊຍະບູລີເປັນສັດທາຫລັກໃສ່ຍອດຊໍ່ຟ້າ ປູພື້ນດ້ວຍກະໂລ ແລະ ໄມ້ຄ່າ(ຊັ້ນພຣະສົງນັ່ງ) ພ້ອມກັບປະດັບປະດາຢ່າງວິຈິດງົດງາມ ໂດຍໄດ້ເລີ່ມສ້າງມາແຕ່ ປີ 2007 ເຊິ່ງອອກແບບ ຄິດໄລ່ ແລະກໍ່ສ້າງໂດຍ ບໍລິສັດສົມພະມິດກໍ່ສ້າງ ເປັນຜູຮັບເຫມົາ ລວມມູນຄ່າການກໍ່ສ້າງຂອງໂຄງການທັງໝົດ: 2,885,449,145 ກີບ. ມາຮອດປະຈຸບັນນີ້, ການກໍ່ສ້າງບໍ່ທັນສໍາເລັດເທື່ອ ຍັງພວມມີຄວາມຕ້ອງການງົບປະມານ ນໍາໃຊ້ເຂົ້າໃນການສືບຕໍ່ກໍ່ສ້າງ ຢ່າງຫຼວງຫຼາຍ. ວັນທີ່ 13 ພຶດສະພາ ປີ 2017 ເຈົ້າຄະນະ ອພສ ແຂວງ ເຈົ້າແຂວງ ແລະການຈັດຕັ້ງສາມບ້ານ ໄດ້ພ້ອມພາກັນຫລໍ່ພຣະພຸດທະຮູບທອງເຫລືອງຂື້ນຫນຶ່ງອົງ ມີຂະຫນາດຫນ້າຕັກກວ້າງ 1,50 ມ ສູງ 2 ແມັດລວມຖານແລະເກດ ເພື່ອພຣະເປັນປະທານໃນສາລາຫໍແຈກວັດສີສະຫວ່າງ ປີ 2018 ໄດ້ສ້າງແທ່ນພຣະດ້ວຍໄມ້ຊໍ້ ແລະສົມໂພດໃນວັນວິສາຂະປີ 2561 ປີຄສ 2018 ນອກນັ້ນໃນປີດຽວກັນຍັງໄດ້ສ້າງພຣະພຸດທະຮູບດ້ວຍໄມ້ຄ່າໃຫຍ່ ຫນ້າຕັກ 1 ແມັດ ໂດຍທ່ານຄຳເກືອງ ຜິວວັນນາ ຜູ້ບັນຊາການ ປກສ ແຂວງເປັນຜູ້ນຳພາສ້າງ ເພື່ອປະດິດສະຖານໄວ້ຫໍແຈກວັດສີສະຫວ່າງວົງ. (ຮູບທີ 2 ຫໍແຈກວັດສີສະຫວ່າງ ຮູບປີ 2016) ການພັດທະນາການສຶກສາໃຫ້ຄຽງຄູ່ກັບການພັດທະນາສາສະນະສະຖານດ້ານອື່ນນັ້ນຢູ່ ວັດສີສະຫວ່າງວົງ ໄດ້ມີໂຮງຮຽນສົງເຊິ່ງໄດ້ເລິ່ມກໍ່ຕັ້ງມາແຕ່ປີ ຄສ 1950 ທໍາອິດແມ່ນຕັ້ງຢູ່ວັດສີບຸນເຮືອງ ບ້ານໃຫຍ່ ເປັນໂຮງຮຽນປະຣິຍັດຕິທັມ ຫຼັກສູດ ນັກທັມຊັ້ນຕີ, ຊັ້ນໂທ ແລະ ຊັ້ນເອກ. ການກໍ່ຕັ້ງໂຮງຮຽນຂຶ້ນມາກໍ່ພຽງແຕ່ອຸປະກອນການສິດສອນເທົ່ານັ້ນ ແຕ່ສະຖານທີ່ກໍ່ໄດ້ອາໄສຫໍແຈກເປັນບ່ອນຮຽນ, ມີພຽງ 2 ບ່ອນ ຄື: ຫໍແຈກຂອງວັດສີບຸນເຮືອງ ແລະ ຫໍແຈກຂອງວັດຜາປູນ. ຕໍ່ມາຈຶ່ງໄດ້ຍ້າຍມາຕັ້ງຢູ່ວັດສີສະຫວ່າງວົງ ເມື່ອປີ ຄສ 1966 ໂດຍໄດ້ນໍາໃຊ້ກຸດຕິຂອງພຣະສົງ ທີ່ເຮັດດ້ວຍໄມ້ເປັນ 2 ຊັ້ນ. ຊັ້ນລຸ່ມໄດ້ຂັ້ນເປັນຫ້ອງໆ ເຮັດເປັນຫ້ອງຮຽນ ສໍາລັບການຮຽນການສອນຂອງຄູອາຈານ ແລະ ນ້ອງນັກຮຽນ, ສ່ວນຊັ້ນເທິງເປັນຫ້ອງນອນຂອງພຣະສົງ ຜູ້ຈໍາພັັນສາຢູ່ວັດສີສະຫວ່າງວົງ. ຍ້ອນການເວລາຜ່ານໄປ ເຫັນວ່ານັກຮຽນມີຈໍານວນເພີ່ມຂຶ້ນຫຼາຍສະເລ່ຍປີໜຶ່ງບໍ່ຕໍ່າກວ່າ 250 ອົງ, ຫ້ອງຮຽນກໍ່ມີຄວາມຊຸດໂຊມ ຈຶ່ງໄດ້ຊື້ດິນວັດຂະຫຍາຍອອກໄປອີກ ແລະໄດ້ສ້າງຕົວອາຄານຮຽນຂຶ້ນມາໃໝ່ ໂດຍລິເລີ່ມສ້າງມາແຕ່ປີ 2008 ເປັນອາຄານ 2 ຊັ້ນ ມູນຄ່າ ການກໍ່ສ້າງທັງໝົດຂອງໂຄງການ: 2,879,000,000 ກີບ. (ຮູບທີ່ 3 ໂຮງຮຽນມັດທະຍົມສົງ ໄຊຍະບູລີ ຮູບປີ 2016) ກຸດຕິໃຫຍ່ ກຸດຕິໃຫຍ່ ຫລັງນີ້ ນຳພາສ້າງໂດຍພຣະອາຈານໃຫຍ່ ຈະເລີນຄີຣິຊີ ສ້າງປີ ຄສ 1965-66 ເປັນກຸດຕິຂະຫນາດໃຫຍ່ 12 * 20 ມ ຊັ້ນເທິງເປັນຫ້ອງນອນ ຫ້ອງການ ຊັ້ນລຸ່ມເປັນໂຮງຮຽນປະຣິຍັດຕິທັມ ນັບແຕ່ປີສ້າງຕັ້ງມາປີ ຄສ 1965 ຮອດປີ ຄສ 2017 ຫລັງຈາກໄດ້ສ້າງໂຮງຮຽນຫລັງໃຫມ່ຈິ່ງໄດ້ບູລະນະເປັນກຸດຕິ ຍ້າຍຂັ້ນໄດມາທາງນອກ ນຳພາໂດຍສາທຸບຸນທຽນ ພຸດທະວະໂຣ . ພຣະທອງສຳຣິດ ( ພຣະອົງແສນ) - ພຣະປາງຊະນະມານ ຫລໍ່ດ້ວຍທອງສໍາຣິດ (ຫນັກເນື້ອເງິນ ຄໍາ ) - ຫນ້າຕັກກວ້າງ 80 ຊມ ສູງແຕ່ຖານບົວຮອດເກດມາລາ 100 ຊມ ຖານສູງ 40 ຊມ - ມີຈາຣຶກຖານບັນທຶກເປັນ ພາສາລາວອັກສອນທັມ: ຠພພຸທເໝຣູບອົງເຄນີ ຠພບາທສົມ຾ດັຈ ຠພ຾ຈົາຠສີສເວາເງວົງເສ຅ລອົງເຄຠພອັຄເຄມ຾ຫສີຄໍາຝັເນ ມີຠພຏາຊສັທເໝາຠທົເງຠສາເງ ຬດຫເລໍ຾ມືເອວັເນ ໗-໑໐-໑ ຄໍາ຅ລມີຠພຏາຊພິທີ ພຸທເໝາຯິ຾ສັກແວັເນ ໖-໑໕-໒ ຄໍາ ຈ ສ ໑໒໙໓ ພ ສ ໒໔໗໔ ຄໍາອ່ານ: ພຣະພຸດທະຮູບອົງນີ້ພຣະບາດສົມເດັດ ພຣະເຈົ້າສີສະຫວ່າງວົງ ແລະອົງພຣະອັກຄະລະມະເຫສີຄຳຝັ້ນ ມີພຣະຣາຊະສັດທາຊົງສ້າງ ໄດ້ຫຼໍ່ເມື່ອວັນ 7 (ເສົາ) ຂື້ນ 10 ຄ່ຳ ເດືອນ ຈຽງ ແລະມີພຣະຮາຊະພິທີພຸດທາພິເສກນະວັນ 6 ວັນສຸກ ຂື້ນ 15 ຄໍ່າເດືອນ ຍີ່ ຈສ 1293 ພສ 2474.

ความคิดเห็น

โพสต์ยอดนิยมจากบล็อกนี้

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

ບຸນປີໃຫມ່ລາວ