บทความ

ບຸນອອກພັນສາປະວໍລະນາ( ວັນເທໂວໂຣຫະນະ)

รูปภาพ
  ອອກພັນສາປະວໍຣະນາ ຄວາມໝາຍຂອງຄວາມສຳຄັນ             ຄຳວ່າພັນສາ ໄດ້ແກ່ປີຫຼືືຣະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ຊົງອະນຸຍາດໃຫ້ພຣະສົງສຳມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂື້ນ 15 ຄ່ຳເດືອນ 11 ຄຳວ່າອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈິ່ງເອື້ນວ່າບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພຣະສົງ ສາມະເນນ ໄດ້ກະທຳກິດຂອງພຣະສາສະນາ ເຊັ່ນໄປເທດ ໄປສັ່ງສອນປະຊາຊົນ ບວດລູກຫຼານຊາວບ້ານເພື່ອສືບຕໍ່ອາຍຸພຸດທະສາສະນາ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານເປັນຕົ້ນ . ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົວກ່ອນ             ຄຳວ່າປະວໍຣະນາ ແປວ່າ ການເປີດໂອກາດໃຫ້ພຣະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ ວິນັຍ ພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະກັນໄດ້ ຂອບເຂດການປະວໍຣະນາ ກຳໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂື້ນ 15 ຄ່ຳເດືອນ 12 ລາວ       ...

ບຸນເຂົ້າສະຫລາກ ເຂົ້າສາກ

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

รูปภาพ
ຮີດທີ ໙ ບຸນເຂົ້າປະດັບດິນ ເມື່ອເຖິງລະດູເດືອນ ໙ ແຮມ ໑໔ ຄໍ່າ ຫລືເດືອນ ໙ ດັບ ປະເພນີທີ່ຄົນລາວເຮົາຍຶດຖືປະຕິບັດກັນອີກບຸນ ໜຶ່ງກໍ່ຄືບຸນເຂົ້າປະດັບດິນ ເປັນການຖວາຍທານ ອາຫານຫວານຄາວ ປັດໃຈ ໔ ແດ່ພຣະສົງສາມະເນນ ແລ້ວອຸທິດສ່ວນບຸນກຸສົນ ຫາຍາດຕິພີ່ນ້ອງ ທີ່ລ່ວງລັບໄປສູ່ປະລະໂລກ ຄຳວ່າເຂົ້າປະດັບດິນ ໄດ້ແກ່ການນຳເອົາ ເຂົ້າ ປາ ອາຫານ ຫວານ ຄາວ ຂອງຄ້ຽວຂອງສັນ ເຮັດເປັນຫໍ່ ໆ ແລ້ວນຳໄປຖວາຍທານ ຈະເອົາໄປຫ້ອຍໄວ້ຕາມສາລາ ຕາມຂອກແຄແຈຮົ້ວວັດ ຕາມຕົ້ນໄມ້ ຫລືວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າເຂົ້າປະດັບດິນ ບາງບ່ອນກໍ່ເອົາໄວ້ຕາມນອກກຳແພງ ນອກຕ້າຍວັດກໍ່ມີ ເພື່ອຜູ້ຕາຍໄປເປັນຄົນບາບຫນາສາໂຫດ ເຂົ້າວັດບໍ່ໄດ້ຕາມຄວາມເຊື່ອ ຈິ່ງເອີ້ນວ່າ: ເຂົ້າປະດັບດິນ. ຈຸດປະສົງຂອງການເຮັດບຸນ ເພື່ອອຸທິດສ່ວນບຸນໄປໃຫ້ເປຕະຊົນ (ເຜດ) ຜູ້ທີ່ລ່ວງລັບໄປແລ້ວ ໃຫ້ໄດ້ມີສ່ວນ ອະນຸໂມທະນາສ່ວນບຸນກຸສົນ ແລ້ວໃຫ້ໄດ້ໄປເກິດຕາມຍະຖາກຳຂອງຕົນ ການເຮັດບຸນເຂົ້າປະດັບດິນນັ້ນເປັນເຈຕະນາ ບໍລິຈາກ ຢ່າງຫນຶ່ງ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ກະຕະເວທີຕໍ່ຜູ້ມີພະຄຸນ ເພາະລະດູນີ້ອາຫານຫວານຄາວ ໝາກໄມ້ຕ່າງຕ່າງອຸດົມສົມບູນ ເປັນການເຕືອນບອກສອນໃຫ້ຮູ້ວ່າເມື່ອໄດ້ດີແລ້ວ ຢ່າໄດ້ລືມບຸນຄຸນຄົນຜູ້ມີພະຄຸນ ນອກຈາກນີ້ຍັງເອື້ອເຟື້ອເພື່ອແຜ່ ຕ...

ວັດສູປະນາຍິກะຄາຖາ

รูปภาพ

ສາລາຫໍແຈກວັດສີສະຫວ່າງວົງ

รูปภาพ
  ຫໍແຈກວັດສີສະຫວ່າງວົງ ເມືອງໄຊຍະບູລີ ມີຂະໜາດກວ້າງ 21 ແມັດ , ຍາວ 40 ແມັດ ; ມຸກໜ້າ ກວ້າງ 4,5 ແມັດ ຍາວ 8 ແມັດ , ມຸກຫຼັງ ກວ້າງ 3 ແມັດ ຍາວ 8 ແມັດ ເນື້ອທີ່ກໍ່ສ້າງ 898 ຕາແມັດ ໄດ້ວາງສິລາລຶກ ຖອກເທເສົາແຮກ ຄັ້ງວັນທີ 22 ມິຖຸນາ 2006 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວແມ່ນທ່ານ ສົມບັດ ເຢຍລີເຮີ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ດຣ ລຽນ ທີແກ້ວ ເຈົ້າແຂວງຜູ້ໃໝ່ໃນສະໄໝນັ້ນ ເພາະກົງກັບວັນທີ່ມອບຮັບໜ້າທີ່ວຽກງານລະຫວ່າງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ພໍດີ. . ຕໍ່ມາຄະນະກໍາມະການກໍ່ສ້າງໄດ້ມີການປັບປຸງເດີວີຄືນໃໝ່ ມູນຄ່າການກໍ່ສ້າງທັງໝົດ 2,885,449,145 ກີບ ມອບໃຫ້ບໍລິສັດສົມພະມິດ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 19/6/2012 ເຖິງວັນທີ 19/12/2013 ເຊິ່ງມີອາຍຸການ 18 ເດືອນ ( ຕາມສັນຍາຮັບເໝົາ ສະບັບເລກທີ 74/ ນສຊມ . ຊຍ ລົງວັນທີ 20/6/2012) ການລະດົມທຶນ ແລະ ການຊໍາລະຄ່າກໍ່ສ້າງມີຄວາມຫຍຸ້ງຍາກບໍ່ທັນຕອບສະໜອງຕາມສັນຍາຈຶ່ງແກ່ຍາວມາຈົນເຖິງ ວັນທີ 21/5/2021 ຈຶ່ງຊໍາລະໄດ້ໝົດ                               ...

ອະນຸສາດ 8 ຢ່າງ (ຄວາມບອກອະນຸສາດ)

รูปภาพ
  ອະນຸສາສ ການສອນ ຄຳຊີ້ແຈງ­­ ­ຄຳສອນທີ່ອຸປັຊຊາ ຫຼື ກັມມະວາຈາຈານ ບອກແກ່ພິກຂຸໃໝ່ ໃນເວລາອຸປະສົມບົທແລ້ວ ປະກອບດ້ວຍ ນິສສັຍ ໔   ແລະ ອະກະຣະນີຍະກິຈ ໔ ນິສສັຍ ຄື ປັຈຈັຍເຄື່ອງອາສັຍຂອງບັນພະຊິດ ມີ ໔ ຢ່າງ ໄດ້ແກ່ ໑ ທ່ຽວບິນດະບາດ ໒ ນຸ່ງຫົ່ມຜ້າບັງສະກຸນ ໓ ຢູ່ໂຄນໄມ້ ໔ ສັນຢາດອງດ້ວຍນ້ໍ້າມູດເນົ່າ (ທ່ານບອກໄວ້ເປັນທາງສະແຫວງຫາປັຈຈັຍ ໔ ພ້ອມທັ້ງອະຕິເຣກລາພຂອງພິກຂຸ) ອະກະຣະນີຍະກິຈ ກິຈທີ່ບໍ່ຄວນທຳ ໝາຍເຖິ່ງ ກິຈທີ່ບັນພະຊິດເຮັດບໍ່ໄດ້ ມີ ໔ ຢ່າງ ໄດ້ແກ່ ໑ ເສພເມຖຸນ ໒ ລັກຂອງເຂົາ ໓ ຂ້າສັດ(ທີ່ໃຫ້ຂາດຈາກຄວາມເປັນພິກຂຸ ໝາຍເອົາຂ້າມະນຸສ) ໔ ເວົ້າອວດຄຸນວິເສດທີ່ບໍ່ມີໃນຕົນ ຄວາມບອກອະນຸສາດ ຕາວະເທວະ ສາຍາ ເມຕັພພາ   ອຸຕຸປະມານັງ ອາຈິກະຂິຕັພພັງ, ທິວະສະພາໂຄ ອາຈິກະຂິຕັພໂພ, ສັງຄີຕິ ອາຈິກະຂິຕັພພາ ຈັຕຕາໂຣ ນິສສະຍາ ອາຈິກຂິຕັພພາ   ຈັຕຕາຣິ ຈະ ອະກະຣະນີຍານິ ອາຈິກຂິຕັພພານິ; ເພິ່ງບອກໃຫ້ວັດກຳໜົດເງົາແດດ ເພິ່ງບອກລະດູ ເພິ່ງບອກສ່ວນແຫ່ງວັນ ເພິ່ງບອກລວບລວມກັມນີ້ໝົດດ້ວຍກັນ ເພິ່ງບອກນິສັຍ ໔   ເພິ່ງບອກອະກະຣະນີຍະກິຈ ໑; ປີນດິຍາໂລປະໂພຊະນັງ ນິສສາຍະ ປັພພັຊຊາ, ຕັຕຖະ ເຕ ຍາວະຊີວັງ ອຸສສາໂຫ ກະຣະນີໂຍ, ອະຕິເຣກະ ລາໂພ,   ສັງ...

ວິທີເອົາຄອງ ຄອງຜ້າແບບບູຮານ