บทความ

ຮາວທຽນ ฮาวเทียน

รูปภาพ
 

ຄວາມຫມາຍຂອງບຸນກະຖິນ

รูปภาพ
  ວ່າດ້ວຍບຸນກະຖິນບຸນກະຖິນ   ຫຼັງຈາກບຸນອອກພັນສາແລ້ວ ຄືນັບແຕ່ແຮມ 1 ຄ່ຳເດືອນ 11 ຫາເດືອນ 12 ເພັງ ເປັນໄລຍະບຸນກະຖິນ ທີ່ເປັນຮີດໜຶ່ງໃນຮອບ 12 ເດືອນ ຄູ່ກັບ ບຸນນະມັດການພຣະທາດຫຼວງວຽງຈັນ! ບຸນກະຖິນຈັດເປັນກາລະທານ ເພາະມີຂອບເຂດຈຳກັດພຽງໜຶ່ງເດືອນເທົ່ານັ້ນ ; ບຸນກະຖິນສ່ວນຫຼາຍນິຍົມຕັ້ງໃນໄລຍະເດືອນ 12 ຂ້າງຂື້ນ ແລະສ່ວນຫຼາຍຈັດເປັນບຸນມະຫາກະຖິນ ເພາະມີເວລາໃຫ້ຈັດກະກຽມບໍລິວານກະຖິນໄດ້ຫຼາຍກວ່າ ສ່ວນຈຸລກະຖິນນັ້ນບໍ່ຄ່ອຍນິຍົມໃນບ້ານເຮົາ. ຄຳວ່າ: “ ກະຖິນ ” ໄດ້ແກ່ “ ໄມ້ສະດຶງ ” ທີ່ເຮັດເປັນກອບ “ ໄມ້ແບບ ” ສໍາຫຼັບຂຶງຜ້າເພື່ອຫຍິບເປັນຜ້າຈີວອນຂອງພຣະພິກຂຸ. ເປັນຊື່ຜ້າ ຊື່ວ່າຜ້າກະຖິນ , ເປັນຊື່ພິທີກັມທາງສາສະໜາ ເອີ້ນວ່າ ບຸນກະຖິນ , ເປັນສັງຄະກັມເອີ້ນວ່າ ກຣານກະຖິນ ເປັນຕົ້ນ, ການເຮັດບຸນກະຖິນມີຕົ້ນເຫດມາຈາກ ພວກພິກຂຸຊາວເມືອງປາວາ ຈຳນວນ 30 ອົງປະສົງຈະໄປໄຫວ້ພຣະພຸດທະເຈົ້າທີ່ພຣະເຊຕະວັນ ແຕ່ໄປບໍ່ທັນວັນເຂົ້າພັນສາ ຈິ່ງພາກັນຈຳພັນສາທີ່ເມືອງສາເກດ ພໍອອກພັນສາແລ້ວກໍ່ພາກັນໄປເຂົ້າເຝົ້າ ຍ່າງຕາກແດດ ຕາກລົມໄປດ້ວຍຄວາມລຳບາກ ເຮັດໃຫ້ຜ້າຈີວອນເປິເປື້ອນ ແລະປຽກຊຸ່ມໄປດ້ວຍນ້ຳຝົນ ຈົນເຖິງວັດພຣະເຊຕະວັນ ພຣະອົງຊົງຊາບຄວາມລຳບາກຂອງພິກຂຸເຫຼົ່ານັ້ນ ຈິ່ງຖືເອົາເລື່ອງນີ້ເປ...

ບຸນເຂົ້້າພັນສາ (ວັດສູປະນາຍິກະຖາ )

รูปภาพ
  ບຸນເຂົ້້າພັນສາ ຖວາຍທຽນພັນສາ ຖວາຍຜ້າອາບນ້ຳຝົນຯ ຮີດທີ ໘. ຄຳວ່າ ພັນສາ ຫຼື ວັສສາ ໄດ້ແກ່ປີຫຼືລະດູຝົນ ຄຳວ່າເຂົ້າໄດ້ແກ່ ການເຂົ້າໄປຢູ່ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍບໍ່ໄປແຮມຄືນ ຫຼືຄ້າງຄືນບ່ອນ ອື່ນຕະຫຼອດສາມເດືອນ ຊື່ວ່າເຂົ້າພັນສາ ຫຼືຈຳພັນສາ   ປີໜຶ່ງມີການກຳໜົດ ສອງເທື່ອຄື : ປຸຣິມີກາວັສສູປະນາຍິກາ ເຂົ້າພັນສາຕົ້ນ ເລີ່ມແຕ່ແຮມ ໑ ຄ່ຳເດືອນ ໘ ແລະອອກພັນສາໃນມື້ ຂື້ນ ໑໕ ຄ່ໍາເດືອນ ໑໑   ສຳລັບພິກຂຸຜູ້ບໍ່ທັນໄດ້ອະທິຖານເຂົ້າພັນສາໃນເດືອນ ໘ ແຮມ ໑ ຄໍ່າ ແຕ່ມີຄວາມປະຖະຫນາຈະຈໍາພັນສາ ກໍ່ໃຫ້ໄປອະທິຖານເຂົ້າພັນສາໃນເດືອນ ໙ ແຮມ ໑ ຄ່ໍາແທນເອີ້ນວ່າ ປັສສິມິກາວັສສູປະນາຍິກາພັນສາ ຫຼື ພັນສາຫລັງ ແລະໄປອະທິຖານອອກພັນສາເດືອນ ໑໒ ເພັງແຕ່ບໍ່ໄດ້ອານິສົງກະຖິນ. ສໍາລັບ ປັສສິມມິກາພັນສາ ອາຈານທັງຫລາຍອະທິບາຍອີກວ່າ ຖ້າປີໃດເປັນປີ ອະທິກະມາດມີເດືອນ ໘ ສອງຫົນ ກໍ່ເລື່ອນມາເຂົ້າພັນສາເດືອນ ໘ ຫຼັງແທນຯ *ມູນເຫດແຫ່ງການເຮັດບຸນ ມີເລື່ອງເລົ່າໄວ້ໃນ ວັສສູປະນະຍິກາຂັນທະກະ ວ່າ ພິກຂຸບໍລິສັດທ່ຽວໄປໃນຊົນນະບົດ ບໍ່ມີເວລາພັກຜ່ອນ ທັງລະດູຮ້ອນ ລະດູໜາວ ລະດູຝົນ ໂດຍສະເພາະລະດູຝົນນີ້ ເປັນລະດູທີ່ຊາວນາເຮັດການຜະລິດກະສິກຳ ແລະເປັນລະດູທີ່ສັດນ້ອຍໃຫຍ່ທັງຫຼາຍຂະ ຫຍາຍເຜົ່າພັນ ພຣ...

ບຸນເດືອນສາມເພັງ ບຸນມາຄະບູຊາ ບຸນເຂົ້າຈີ່

รูปภาพ

ທຸດົງ 13 ຄວາມຫມາຍຂອງຄຳວ່າທຸດົງ

รูปภาพ
  ທຸຕັງຄະກະຖາ(ວ່າດ້ວຍທຸດົງ) ທຸດົງຄ໌ (ພາສາບາລີວ່າ ທຸຕັງຄະ ) ເປັນວັດປະຕິບັດທີ່ພຣະພຸດທະເຈົ້າຊົງອະນຸຍາດໄວ້   ບໍ່ມີການບັງຄັບ ແລ້ວແຕ່ຜູ້ໃດຈະສະໝັກໃຈປະຕິບັດຂັດເກົາ ເປັນອຸບາຍ ວິທີກ ຳຈັດຂັດເກົາກິເລສ ເຮັດໃຫ້ເກິດຄວາມມັກນ້ອຍສັນໂດດ ຍິ່ງຂື້ນ ບໍ່ສະສົມ ໄປມາໃສກໍ່ສະດວກ ບໍມີພາລະຫຼາຍ ຄືນົກທີ່ມີພຽງປີກກໍບິນໄປໄດ້ທົ່ວທິດ ບໍ່ແມ່ນເພື່ອສະສົມ ຫຼືລາບສັກກາລະ ແລະຊື່ສຽງ ຖ້າຖືທຸດົງ ເພື່ອລາບສັກກາລະ ເພື່ອຊື່ສຽງ ປັບອາບັດທຸກກົດ (ຜິດວິນັຍ) .         ໂດຍຮູບສັບ : ທຸດົງແປວ່າ ອົງຄຸນເປັນເຄື່ອງກຳຈັດກິເລສ ອົງຄຸນຂອງຜູ້ກຳຈັດກິເລສ   ຫຼືການສະມາທານປະຕິບັດເອົາເພື່ອກຳຈັດກິເລສ ທີ່ເປັນອັນຕະລາຍຕໍ່ການປະຕິບັດດີງາມ.         ຄວາມໝາຍ: ທຸດົງ ຄືຂໍ້ວັດປະຕິບັດ ຫຼືແນວທາງປະຕິບັດຈຳນວນ 13 ຂໍ້ ທີ່ພຣະພຸດທະເຈົ້້າໄດ້ອະນຸຍາດໄວ້ໃຫ້ແກ່ພຣະສົງ ເພື່ອເລືອກນຳໄປປະຕິບັດເພິ່ມເຕີມຂອງພຣະສົງ ອົງໃດຫນື່ງທີ່ສະໝັກໃຈສະມາທານເອົາ ເພື່ອນຳໄປປະຕິບັດຂັດເກົາໃຫ້ເປັນຜູ້ມັກນ້ອຍສັນໂດດ ເພື່ອກຳຈັດກິເລສ ທຸດົງນັ້ນເປັນພຽງຂໍ້ປະຕິບັດ ຫຼືແນວທາງໃນການປະຕິບັດ ທີ່ໃຫ້ເລືອກປະຕິບັດຕາມໃຈ ບໍ່ແມ່ນສິນຂອງພຣະສົງ ຜູ້ໃດຈ...