ບຸນປີໃຫມ່ລາວ
ສະບາຍດີປີໃຫມ່ລາວ ພສ 2565-66
ປີໃໝ່ຫຼື ບຸນກຸດສົງການ ແມ່ນປະເພນີໜຶ່ງ ທີ່ຢູ່ໃນຮີດສິບສອງຂອງລາວ ຈະເລີມໃນລະຫວ່າງມື້ ຂື້ນ
15 ຄ່ຳເດືອນຫ້າ
-15 ຄ່ຳເດືອນຫົກລາວ ແຕ່ໃນປະຈຸບັນກຳໜົດເອົາລະຫວ່າງວັນທີ່ 13-15 ເດືອນເມສາ ຂອງທຸກ ໆ ປີ ຈິ່ງເອີ້ນວ່າບຸນເດືອນຫ້າ ບຸນສົງນ້ຳ ບຸນກຸດສົງການກໍ່ວ່າ ຄຳວ່າກຸດສົງການ ແປວ່າການຍ້າຍ ເຄື່ອນທີ່ ຄືວັນທີ່ພຣະອາທິດ ເຄື່ອນຈາກຣາສີໜື່ງໄປສູ່ອີກຣາສີໜຶ່ງ ຈຶ່ງນັບເປັນປີໃຫມ່ ຄຳວ່າຣາສີແປວ່າ ຄວາມງາມ
ຄູ່ກັບສະຫງ່າ ຈິ່ງມັກວ່າ ສະຫງ່າຣາສີ ໝາຍເຖິງຈົບງາມ ດີງາມທັງກາຍແລະໃຈ.
ມູນເຫດແຫ່ງການທຳ
ເທດສະການສົງການ ແມ່ນເທດສະການ
ຫຼືປາງບຸນໜຶ່ງທີ່ຍິ່ງໃຫຍ່ຂອງລາວ ເພື່ອຄວາມສາມັກຄີ
ຄວາມມ່ວນຊື່ນລື່ນເລີງໃນໄລຍະເວລາຫວ້າງຈາກວຽກ ແລະກະກຽມສູ່ການເລີ່ມຕົ້ນການຜະຫຼິດໃນລະດູໃໝ່
ແລະເພື່ອຄວາມເປັນສີລິມຸງຄຸນໃຫ້ແກ່ກັນແລະກັນ ໂດຍໃຊ້ນ້ຳເປັນສື່ກາງ
ສະແດງເຖິງຄວາມຊຸ່ມເຢັນ ຄວາມເປັນມິດຕະພາບ ແລະການຊຳລະສະສາງ
ສິ່ງບໍ່ດີບໍ່ງາມອອກຈາກກາຍ ແລະໃຈ
ມີຕຳນານເລົ່າວ່າ ໃນປະຖົມພັດທະກັບນີ້
ມີເສດຖີຄົນໜຶ່ງບໍ່ມີບຸດສືບຕະກຸນ
ມື້ໜຶ່ງມີນັກເລັງສຸລາມາເຮືອນຂອງເສດຖີ ແລ້ວສະແດງອາການໄຫ້ ແລະຫົວຂວັນ
ຕໍ່ໜ້າເສດຖີ ເມື່ອເສດຖີເຫັນເປັນດັ່ງນັ້ນຈິ່ງຖາມວ່າ
ເປັນຫຍັງເຈົ້າຄືສະແດງອາການແບບນີ້ ຊາຍຂີ້ເຫຼົ້າຈິ່ງຕອບວ່າ
ທີ່ຂ້ານ້ອຍໄຫ້ ເພາະວ່າດີຕົນທ່ານເສດຖີ
ທີ່ມີເຂົ້າຂອງລ້ຳລວຍແຕ່ບໍ່ມີລູກສືບຕະກູນ ສ່ວນຂ້ານ້ອຍນີ້ຍາກຈົນ
ແຕ່ກໍ່ມີລູກໄວ້ສືບຕະກຸນ ຂ້ານ້ອຍຈິ່ງຫົວ
ຈາກນັ້ນຊາຍຂີ້ເຫຼົ້າກໍ່ແນະນຳໃຫ້ເສດຖີ ໄປບວງສວງເທວະດາຢູ່ຕົ້ນໄຮໃຫຍ່
ເພື່ອຂໍລູກ ເສດຖີກໍ່ກະທຳຕາມ ລຸກຂະເທວະດາຮັກສາຢູ່ສະຖານທີ່ນັ້ນ
ມີຄວາມກະຣຸນາຈິ່ງ ໄປເຝົ້າພະອິນຂໍໃຫ້ ທັມມະບານເທວະບຸດລົງມາເກິດ
ເມື່ອພັນລະຍາເສດຖີປະສູດລູກອອກມາແລ້ວ ຈິ່ງໃສ່ຊື່ວ່າ ທັມມະບານກຸມມານ
ເມື່ອທັມມະບານກຸມມານໃຫຍ່ກ້າໜ້າບານຂື້ນມາແລ້ວ
ປາກົດວ່າເປັນຄົນທີ່ມີສະຕິປັນຍາສາມາດຮຽນຈົບໄຕຣເພດ
ແລະຕອບບັນຫາໄດ້ທຸກຢ່າງ ສາມາດຮູ້ພາສາສັດນ້ອຍໃຫຍ່ທັງໝົດ
ເປັນທີ່ເພິ່ງຂອງຄົນທັງຫຼາຍ ເມື່ອຊື່ສຽງທັມມະບານກຸມມານ
ລືຊາຜາກົດໄປທົ່ວຊຸມພູທະວີບ ກໍ່ຮ້ອນໄປເຖິງກະບິນລະພົມ ຈິ່ງແປງເພດລົມາຖາມບັນຫາກັບທັມມະບານກຸມມານ
ແລະສັນຍາກັນວ່າຖ້າທັມມະບານກຸມມານຕອບປັນຫາໄດ້
ຈະຍອມໃຫ້ທັມມະບານກຸມມານຕັດຫົວຂອງຕົນ
ແຕ່ຖ້າຕອບບໍ່ໄດ້ກະບິນລະພົມຈະຕັດຫົວທັມມະບານກຸມມານແທນ
ປັນຫາທີ່ກະບິນລະພົມຖາມທັມມະບານກຸມມານມີຢູ່ສາມຂໍ້ ຄື : ຕອນເຊົ້າຣາສີຂອງຄົນຢູ່ໃສ
? ຕອນສວາຍ ຣາສີຂອງຄົນຢູ່ໃສ?
ຕອນແລງຣາສີຂອງຕົນຢູ່ໃສ?
ໃຫ້ເວລາ 7 ວັນຖ້າທັມມະບານກຸມມານຕອບບໍ່ໄດ້ກໍ່ຈະທຳຕາມສັນຍາ
ທັມມະບານກຸມານຄິດຫາຄຳຕອບບໍ່ໄດ້ຈົນຮອດວັນທີ່ ຫ້າ ທີ່ຫົກ ກໍ່ບໍໄດ້ຄຳຕອບ
ຈິ່ງຕັດສິນໃຈໜີ ອອກຈາກບ້ານບໍ່ຍອມໃຫ້ຄົນອື່ນຕັດຫົວ
ເປັນນິໃສຂອງຄົນຮຽນເກ່ງ ຈະບໍ່ຍອມຄົນງ່າຍ ໆ ດ້ວຍຄວາມໝົດຫວັງ
ແລະອິດອ່ອນຈາກການເດີນທາງ ທັມມະບານກຸມມານ ໄປນອນພັກຢູ່ກ້ອງຕົ້ນຕານ
ບັງເອີນເທິງຕົ້ນຕາມມີນົກອິນຊີ ສອງຜົວເມຍ ສົນທະນາກັນຕາມພາສາສັດ
ຜົວບອກເມຍວ່າມື້ອື່ນບໍ່ຕ້ອງໄປຫາກິນເພາະຈະມີຄົນຕັດຄໍກັນເອົາມາຖິ້ມທີ່ນີ້
ເມຍຖາມວ່າເປັນຫຍັງຈິ່ງມີການຕັດຄໍ ?
ຜົວຕອບວ່າກະບິນລະພົມມາຖາມປັນຫາກັບ ທັມມະບານກຸມມານວ່າ ຕອນເຊົ້າຣາສີຂອງຄົນຢູ່ໃສ
? ຕອນສວາຍ ຣາສີຂອງຄົນຢູ່ໃສ?
ຕອນແລງຣາສີຂອງຕົນຢູ່ໃສ? ເມຍຖາມອີກວ່າເຈົ້າຮູ້ບໍ່ ຜົວຈິ່ງຕອບວ່າ ຕອນເຊົ້າຣາສີຂອງຄົນຢູ່ໜ້າ ຕື່ນມາຄົນຈຶ່ງເອົານ້ຳລ້າງໜ້າ ຕອນສວາຍ ຣາສີຂອງຄົນຢູ່ ເອິກ ເວລາຮ້ອນຄົນມັກເອົານ້ຳລູບເອິກ ຕອນແລງຣາສີຂອງຄົນຢູ່ຕີນ ກ່ອນນອຄົນມັກລ້າງຕີນ… ເມື່ອທັມມະບານກຸມມານໄດ້ຍິນຈິ່ງຟ້າວກັບບ້ານດ້ວຍຄວາມສົມຫວັງ ມື້ທີ່ເຈັດມາຮອດເປັນວັນນັດໝາຍ ກາງສະໜາມຫຼວງ ທັມມະບານກຸມມານ ຕອບບັນຫາຂອງກະບິນລະພົມໄດ້ທຸກຂໍ້ ກະບິນລະພົມຈິ່ງຍອມໃຫ້ທັມະບານກຸມານ ຕັດຫົວ ແຕ່ກ່ອນຕັດຫົວ ກະບິນລະພົມໄດ້ເອີ້ນລູກສາວທັງເຈັດມາແລ້ວໃຫ້ເອົາຖາດທອງຄຳມາຮອງຮັບຫົວຂອງພໍ່ໄປໄວ້ເຂົາພະສຸເມນ ຮອດລະດູຂວບເຂົ້າໃຫ້ຜັດປ່ຽນກັນເອົາມາແຫ່ອ້ອມເຂົາພະສຸເມນແລ້ວ ຫົດສົງຕາມຮອບປີ ຖ້າບໍ່ເຮັດດັ່ງນັ້ນ ຫົວຂອງພໍ່ຕົກໄປມະຫາສະໝຸດນ້ຳກໍ່ຈະແຫ້ງ ຕົກລົງດິນກໍ່ຈະເກິດເປັນໄຟ ຕົກໃສ່ອາກາດກໍ່ຈະເກິດແຫ້ງແລ້ງ ລູກສາວຈິ່ງເຮັດຕາມ ຈົນກາຍມາເປັນປະເພນີສົງການ ຫຼືປີໃໝ່ລາວເຮົາທຸກວັນນີ້.
ຄົນລາວເຮົາຈິ່ງນິຍົມລົດນ້ຳດຳຫົວພໍ່ແມ່ ຄູບາອາຈານ ແລະຜູ້ນຳຂັ້ນຕ່າງ ໆ ຕະຫຼອດສິ່ງທີ່ຊາວພຸດລາວເຄົາລົບສັດທາ
ແລະເປັນທີ່ເພິ່ງສູງສຸດຄືພຣະຣັດຕະນະໄຕ ຈິ່ງມີກາງສົງພຣະ ແຫ່ພຣະ
ບູຊາພຣະດ້ວຍການໃສ່ນ້ຳດອກໄມ້ ແຫ່ຕົ້ນດອກໄມ້ ຕົບພະທາດຊາຍ ປ່ອຍສັດ
ແລະສ້າງບຸນກຸສົນດ້ວຍການໃຫ້ທານ ຮັກສາສິນ ຟັງເທດສະໜາທັມ ເພື່ອຄວາມເປັນສີຣີມຸງຄຸນ ຄວາມຢູ່ເຢັນເປັນສຸກໃນຊີວິດ.
ການຫຼີ້ນບຸນປີໃຫມ່ໃຫ້ໄດ້ປະໂຫຍດ ໃຫ້ໄດ້ສາລະຂອງປີໃຫມ່ກໍ່ຄື
ຄວາມບໍ່ປະໝາດໃນຊີວິດ ຖ້າເຮົາປະໝາດແລ້ວເທົ່າກັບວ່າເຮົາຕາຍແລ້ວ
ສະນັ້ນຢ່າປະໝາດ ເຮົາຈະເຫັນໄດ້ວ່າປີໃໝ່ ມີສາມມື້ ຄື ມື້ລ່ອງ
ຄືມື້ສີ້ນປີ ໝົດປີ
ເຮົາມາກວດຄືນວ່າໃນຮອບໜຶ່ງປີຜ່ານມາເຮົາເຮັດຫຍັງແດ່ ທີ່ມັນຜິດພາດ
ເຮົາກໍ່ແກ້ໄຂ ທີ່ມັນດີເຮົາກໍ່ສືບຕໍ່
ອັນບໍ່ດີກໍ່ປ່ອຍໄປນຳປີເກົ່າ, ມື້ເນົາ ແປວ່າຢູ່
ເຮົາມີເວລາຢູ່ກັບຕົນເອັງ ຄອບຄົວ ເຮັດກິດຈະກຳຄອບຄົນນຳກັນ,
ມື້ສັງຂານຂື້ນ ເຮົາມາຫາສິ່ງດີ ໆ ໃສ່ກັບຕົນກັບຕົວ ຕັ້ງຕົ້ນໃຫມ່
ທຳສິ່ງທີ່ດີໃໝ່ໃຫ້ກັບຊີວິດ ນອກຈາກນີ້ຍັງມີຄະຕິທັມໃນນິທານສົງການໃຫ້ເຮົາຄິດ
ແລະປະຕິບັດໃນຊີວິດອີກເຊັ່ນ:
ຣາສີ 3 ຣາສີໄດ້ແກ່ໄວຂອງຄົນເຮົາ ປະຖົມມະໄວ
ໄວຕົ້ນຄົນເຮົາຄວນເຊາະສະແຫວງຫາຄວາມຮູ້ໃສ່ຕົນເອັງ ຢ່າໃຫ້ເສຍໜ້າ
ຮຽນສູງ ໆ ເອົາໄວ້ໃຫ້ມີໜ້າຕາໃນສັງຄົມ ຈິ່ງວ່າລ້າງໜ້າ, ມັດຊິມະໄວ
ໄວກາງຄົນ ເຮົາຄວນຄິດພິຈາລະນາ ຫາວິຊາອາຊີບ ຕັ້ງຕົນຕັ້ງໂຕໃຫ້ໄດ້
ເຮັດດ້ວຍຄວາມຄິດໄຕ່ຕອງຫາເຫດຜົນ ເພື່ອຄວາມໝັ້ນຄົງ ຈິ່ງວ່າລ້າງເອິກ,
ປັດສິມມະໄວ ໄວສຸດທ້າຍ
ຄົນເຮົາເມື່ອເຖົ້າແກ່ສະຣາການມາແລ້ວເຮົາຈະຍ່າງໄປທາງໃດ
ຈະຍ່າງເຂົ້າຫາສິນຫາທັມ ຫຼືຍ່າງເຂົ້າຫາອະບາຍຍະມຸກຕ່າງ ໆ
ເພິ່ນຈິ່ງວ່າໃຫ້ລ້າງຕີນ ໃຫ້ເປັນແບບຢ່າງອັນດີໃຫ້ລູກໃຫ້ຫຼານ
ຍ່າງເຂົ້າວັດເຂົ້າວາ ຫາຄວາມສະຫງົບແຫ່ງຈິດແຫ່ງໃຈໃສ່ຕົນເອັງ...
ທັມມະບານ ແປວ່າທັມຄຸ້ມຄອງໂລກ ສອງຢ່າງ ຫິຣິ ຄວາມລະອາຍແກ່ໃຈ
ເຮົາມີຄວາມອາຍໃນໃຈຢູ່ແລ້ວຈະບໍ່ເຮັດຊົ່ວ ເຮັດບາບ
ເຖິງວ່າມີຄົນເຫັນ ຫຼື ບໍ່ເຫັນກໍ່ຕາມ ເພາະເຮົາອາຍແກ່ໃຈຢູ່,
ໂອຕຕັບປະ ຄວາມຢ້ານກວາ ຕໍ່ຜົນຂອງຄວາມຊົ່ວ ຜົນຂອງບາບກຳທີ່ເຮົາເຮັດ
ຖ້າເຮົາມີຄວາມຢ້ານຢູ່ໃນໃຈ ກໍ່ຈະບໍ່ເຮັດຊົ່ວ ບໍ່ເຮັດບາບ.
ພົມມະວິຫາຣທັມ ມີ 4 ຂໍ້ ຖ້າບ່ອນໃດຂາດພົມວິຫາຣທັມແລ້ວແມ່ນນ້ຳມະຫາສະໝຸດກໍ່ເຫືອດແຫ້ງໄດ້
ມີຄື : ເມຕຕາ ຄວາມຮັກ, ກະຣຸນາ ຄວາມສົງສານ ເຫັນອົກເຫັນໃຈ ບໍ່ແລ້ງນ້ຳໃຈ,
ມຸທິຕາ ຄວາມຍິນດີ ຊື່ນຊົມເມື່ອຄົນອື່ນໄດ້ດີ ບໍ່ອິດສາບັງບຽດ, ອຸເປກຂາ
ຄວາມວາງເສີຍ ບໍ່ກ້າວກ່າຍໜ້າທີ່ ປ່ອຍໃຫ້ເປັນໜ້າທີ່ຂອງໃຜລາວ
ຖ້າທຸກຄົນມີທັມ ສີ່ຂໍ້ນີ້ແລ້ວລ້ວນເປັນພົມໄດ້ທັງນັ້ນ.
ທັມມະອີກຂໍ້ ໜຶ່ງທີ່ສຳຄັນຄື : ຄວາມກະຕັນຍູ ມີພຸດທະພາສິດວ່າ: ນິມິດຕັງສາທຸ
ຣູປານັງ ກະຕັນຍູກະຕະເວທີ ແປວ່າ ຄວາມກະຕັນຍູເປັນເຄື່ອງໝາຍຂອງຄົນດີ ດັ່ງນັ້ນ
ໃນໂອກາດປີໃຫມ່ນີ້ ເປັນໂອກາດດີທີ່ເຮົາຈະໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜູ້ມີພະຄຸນ
ຕໍ່ສິ່ງທີ່ເຮົາເຄົາລົບ ບູຊາ ຕໍ່ຜູ້ນຳປະເທດທີ່ມີຄຸນນະທັມ ເຮົາມາທຳໜ້າທີ່ຂອງລູກ
ດ້ວຍການຮູ້ຈັກບຸນຄຸນພໍ່ແມ່ ເປັນໂອກາດດີທີ່ຫຼາຍຄົນໄດ້ກັບບ້ານ ໄດ້ຊື້ ສີ້ນໃຫມ່
ຊື້ເສື້ອໃໝ່ ໄດ້ເອົາຂອງທີ່ພໍ່ແມ່ມັກໄປມອບໃຫ້ເພິ່ນ ຖ້າພໍ່ ແມ່ບໍ່ຢູ່ນຳເຮົາແລ້ວ
ກໍ່ທຳບຸນອຸດທິດຫາ ນອກຈາກນີ້ກໍ່ທຳ ກິຍາບູຊາຜູ້ມີພະຄຸນ ດ້ວຍການສະເກົ້າ ດຳຫົວ
ຕັກນ້ຳໃຫ້ທ່ານອາບ ລ້າງຕີນລ້າງມືໃຫ້ເພິ່ນ ສົມມາຄາລະວະເພິ່ນ ພໍ່ແມ່
ຫຼືຜູ້ທີ່ເຮົາໄປສົມມາຄາຣະວະກໍ່ຈະອວຍໄຊໃຫ້ພອນ ເປັນສິ່ງທີດີ ຕໍ່ກັບຊີວິດເຮົາ.
ປີໃຫມ່ປີນີ້ຂໍໃຫ້ທຸກຄົນມີສະຕິ ບໍ່ປະໝາດເກິນໄປ ໂດຍສະເພາະການສ້າງສັນ
ຖ້າບໍ່ມີສະຕິກໍ່ຈະມີແຕ່ຜົນເສຍ ເຊ່ນ ເສຍຊັບສິນເງິນຄຳ ເສຍສຸຂະພາບ ເສຍເວລາ
ຕະຫຼອດຮອດເສຍຊີວິດ ກໍ່ມີ ຄົນສ່ວນຫຼາຍຄຶດວ່າ ປີໃຫມ່ໄດ້ເຮັດບຸນ ສົງນ້ຳ ສູດນ້ຳ
ມັດເຂົ້າເອົາຂວັນ ໄດ້ຮັບພອນຈາກຄູບາອາຈານ ແລ້ວສິ່ງເຫຼົ່ານັ້ນຈະມາປົກປ້ອງຄູຸ້ມຄອງຮັກສາເຮົາໄດ້
ແຕ່ຄວາມເປັນຈິງ ສິ່ງເຫຼົ່ານັ້ນເປັນພຽງຄວາມເຊື່ອ ເປັນຫນ້າທີ່ ທີ່ຄວນເຮັດ
ແຕ່ຈະມາຄຸ້ມຄອງປົກປ້ອງເຮົາໄດ້ແທ້ນັ້ນ ຄວາມເປັນຈິງຂື້ນຢູ່ກັບເຮົາປະພຶດປະຕິບັດເອົາ
ຖ້າບໍ່ປະໝາດຂາດສະຕິແລ້ວແນ່ນອນເຮົາຈະປອດໄພໄດ້ແນ່ນອນ. ປີໃຫມ່ໃຫ້ຄຶດຫາຕົວເອງວ່າ
ຊີວິດເຮົາກໍ່ໝົດໄປອີກແລ້ວ ເຖົ້າໄປອີກປີແລ້ວ ເຮົາຄວນເຮັດຫຍັງ ໃຫ້ກັບຊີວິດ
ความคิดเห็น
แสดงความคิดเห็น