บทความ

กำลังแสดงโพสต์จาก กุมภาพันธ์, 2023

ແຂນນາງ (ຄັນທວຍ)

รูปภาพ
  ອົງປະກອບ ສະຖາປັດຕະຍະກຳລາວ (ແຂນນາງ) ແຂນນາງ (ຄັນທວຍ) ຄືສ່ວນໜື່ງຂອງສະຖາປັດຕະຍະກຳລາວ ເປັນສ່ວນທີ່ຮອງຮັບຄ້ຳຢັນ ຕີນຊາຍຄາ ນິຍົມຄວັດ ຫຼືປັ້ນເປັນຮູບລວດລາຍຕ່າງ ໆ ເຊັ່ນ: ລາຍນາກ, ລາຍຫົງ, ລາຍເຄືອກູດ, ລານເທບພະນົມ ເປັນຕົ້ນ ມີລັກສະນະ ເປັນແບບໄມ້ຄ້ຳຢັນໂດຍກົງ ແລະແບບເປັນຮູບສາມແຈສາກ (ແບບຫູຊ້າງກໍ່ວ່າ) ແຂນນາງ ນິຍົມເຮັດຈາກໄມ້ ຫຼືປູນປັ້ນ ຕາມແຕ່ປະເພດຂອງອາຄານ ສຳຫຼັບຂະ ໜາດ ຄວາມຍາວ ຄວາມກວ້າງ ຂື້ນຢູ່ກັບຄ່ານິຍົມ ຂອງແຕ່ລະທ້ອງຖິນ ແລະການສົມສ່ວນກັບອາຄານ ໂດຍລວມນິຍົມເຮັດສອງແບບຄື: ຄ້ຳແຕ່ຂອບບົວແອວຂັນ ຫຼືຂອບພື້ນອາຄານຂື້ນ ຫາຕີນຊາຍຄາ ແລະແບບຄ້ຳແຕ່ເຄິ່ງກາງຝາຂື້ນຕີນຊາຍຄາ ໂດຍຄ້ຳສົ້ນຂື່ຫົວເສົາ ຫຼືສົ້ນໄມ້ກອນກໍ່ມີ. ການໃຊ້ແຂນນາງມາເປັນອົງປະກອບສ່ວນໜຶ່ງຂອງສະຖາປັດຕະຍະກຳລາວ ສ່ວນໜຶ່ງກໍ່ເພື່ອຄວາມໝັ້ນຄົນຂອງອາຄານ ແລະສ່ວນໜື່ງກໍ່ເພື່ອປະດັບອາຄານໃຫ້ສວຍງາມ ຈົນກາຍມາເປັນເອກະລັກສະເພາະຕົວ. ແຂນນາງໜ້າຈະກຳເນິດມາຈາກການໃຊ້ໄມ້ຄ້ຳເທີບຕູບ ຫຼືການໃຊ້ໄມ້ຄ້ຳໂດຍການໃຊ້ແຮງໂນ້ມທ່ວງແກ່ກັນແລະກັນໃຫ້ໝັ້ນຄົງ ຕົວຢ່າງໃຊ້ໄມ້ຄ້ຳຕົ້ນກ້ວຍ ໄມ້ຄ້ຳກໍ່ອາໃສຕົ້ນກ້ວຍ ຕົ້ນກ້ວຍກໍ່ອາໃສໄມ້ຄ້ຳ ເມື່ອກາຍມາເປັນອາຄານແບບແໜ້ນໜາແລ້ວ ແຂນນາງກໍ່ມາເປັນອົງປະກອບອີກເພື່ອຄວາມໝັ້ນຄົງຂື້ນອີກ. ຄ...

ສິມນ້ຳ

รูปภาพ
  ສີມາ ( ສິມ ) ສີມາຫຼືສິມຫມາຍເຖິງ ຂອບເຂດ   ແດນ ທີ່ສົງຂອດ ຫຼືກຳໜົດຂື້ນແລ້ວ ໄວ້ສຳຫລັບກະທັມສັງຄະກັມຂອງພຣະສົງ .    ຊະນິດຂອງສີມາ 1, ພັດທະສີມາ :   ຄື ເຂດ ແດນທີ່ສົງກຳຫນົດຂື້ນເອງ ຫຼືຂອດແລ້ວ ຕັ້ງຢູ່ເທິງແຜ່ນດິນໃຊ້ສິ່ງຕ່າງ ໆ ເປັນນິມິດຫຼືເຄື່ອງໝາຍ ເຊັ່ນ : ຕົ້ນໄມ້ , ພູເຂົາ , ແມ່ນໍ້າ , ຈູມປວກ , ສີລາ ຫຼືຫີນ ເປັນຕົ້ນ ສ່ວນຫຼາຍໃຊ້ຫີນເປັນກ້ອນ ກົມມົນ ເປັນທ່ອນຍາວ ເພາະໝັ້ນຄົງຖາວອນກວ່າຢ່າງອື່ນ ແລະນິຍົມຝັງໄວ້ໃຫ້ເຫັນເປັນຫລັກນິມິດແນ່ນອນ ຈະເຫັນໄດ້ຈາກສິມເກົ່າ ໆ ຫລາຍວັດ   ສ່ວນການເຮັດເປັນໜ່ວຍມົນ ໆ ແລະມີການຕັດຫວາຍລູກນິມິດນີ້ເປັນວັດທະນະທັມເກິດຂື້ນມາໃຫມ່ ຈາກອິດທິພົນຂອງບ່ອນອື່ນ . 2, ອະພັດທະສີມມາ : ໄດ້ແກ່ເຂດຊຸມຊົນທີ່ສົງບໍ່ໄດ້ກຳໜົດຂື້ນເອງ ຫລືບໍ່ໄດ້ຂອດເທື່ອ ແຕ່ຖືເອົາເຂດທີ່ກຳໜົດໄວ້ຕາມປົກກະຕິຂອງບ້ານເມືອງ ອາດຈະເປັນບ້ານ ຕາແສງ ເມືອງ ປະເທດ ເປັນຕົ້ນ . 3, ວິສຸງຄາມສີມາ : ຄືອານາເຂດ ຫຼື ບໍລິເວນສ່ວນຫນຶ່ງພາຍໃນວັດ ມີເຈົ້າມະຫາຊີວິດ ຫຼືທາຍົກຜູ້ປະກອບດ້ວຍສັດທາແກ່ກ້າ ມອບຖວາຍໃຫ້ແກ່ສົງ ປະຈຸບັນແມ່ນນາຍົກລົດຖະມຸນຕີເປັນຜູ້ອະນຸຍາດ ການສ້າງສິມຕ້ອງຢູ່ໃນຂອບເຂດທີ່ອະນຸຍາດ ແລະການຝັງລູກນິມິດຮອບອຸໂປສົດ...

ບຸນມາຄະບູຊາ ເດືອນ 3 ເພັງ ບຸນເຂົ້າຈີ່

รูปภาพ
  ວັນນີ້ ເປັນວັນມາຄະບູຊາ ເປັນວັນປຸນນະມີບູຊາ ຄືວັນເພັງເຕັມດວງ - ຄຳວ່າ ມາຄະບູຊາ ແມ່ນຊື່ຕາມດາວຣືກໜຶ່ງໃນຊາວ ໒໗ ດວງທີ່ພົວພັນກັບໂລກ ມີຊື່ວ່າ "ມາຄະ" ຄຳວ່າ "ບູຊາ" ແປວ່າໄຫວ້ ກໍໝາຍວ່າ ການທຳບຸນ ໄຫວ້ພຣະໃນວັນມາຄະ ໃນພາສາລາວແທ້ຮຽກວ່າ ເດືອນວສາາມເພັງ ຄຳວ່າເພັງ ອັນໝາຍເຖິງວັນພຣະຈັນເຕັມດວງ ໃນວັດ ທະນະທັມລາວວັນນີ້ ບາງຄັ້ງກໍວ່າວັນບຸນເຂົ້າຈີ່ , ຄືຊາວພຸດຈະເອົາເຂົ້າຈີ່ມາໃສ່ບາດພຣະສົງ , ບາງທ້ອງຖິ່ນ ເຊັ່ນທາງຈຳປາສັກຮຽກວ່າ ບຸນເດືອນ ໓ ເພັງ , ບຸນກຸ້ມເຂົ້າ ຫຼືບຸນກອງເຂົ້າ , ບຸນວັດພູ , ສ່ວນທາງສະຫວັນກະວ່າບຸນພຣະທາດໂພ່ນ , ທາງສາລະວັນ ກໍແມ່ນບຸນໄຫວ້ພຣະບາດວັດພຣະບາດ ທາງທ່າແຂກ ແລະນະຄອນພະນົມ ບຸນວັດພຣະທາດສີໂຄດ ແລະບຸນພຣະທາດພະນົມ ສ່ວນທາງເໜືອຂຶ້ນໄປກໍມີບຸນທ້ອງຖິ່ນຂອງຕົນໄປຕາມປະເພນີ , - ສຳລັບທີ່ມາຂອງຄຳວ່າບຸນເຂົ້າຈີ່ ມີທີ່ມາດັ່ງນີ້ - ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ນັ້ນ ມີນາງທາສີທຸກໄຮ້ເຂັນໃຈໄຮ້ຊັບອັບປັນຍາຄົນໜຶ່ງ ຊື່ ປຸນນະທາສີ ນຶກເຫັນວ່າຕົນເອງນີ້ ເປັນຄົນທຸກໃນຊາດນີ້ ອາດບໍ່ເຄີຍທຳບຸນມາກ່ອນໃນຊາດທີ່ແລ້ວ ຄວນເຮົາຈະຂົນຂວາຍຫາຂອງທານໃຫ້ໄດ້ແຕ່ນາງກໍຈົນປັນຍາທີ່ຈະຫາຂອງທານ ໄປທານແກ່ພຣະສົງ ພຽງແຕ່ລ້ຽງຊີວິດຕົນເອກໍຍັງບໍ່ມີອັນຈະກິນ ນາງວັນ...