ສິມນ້ຳ

 

ສີມາ(ສິມ)

ສີມາຫຼືສິມຫມາຍເຖິງ ຂອບເຂດ  ແດນ ທີ່ສົງຂອດ ຫຼືກຳໜົດຂື້ນແລ້ວ ໄວ້ສຳຫລັບກະທັມສັງຄະກັມຂອງພຣະສົງ.  

ຊະນິດຂອງສີມາ

1,ພັດທະສີມາ: 

ຄື ເຂດ ແດນທີ່ສົງກຳຫນົດຂື້ນເອງ ຫຼືຂອດແລ້ວ ຕັ້ງຢູ່ເທິງແຜ່ນດິນໃຊ້ສິ່ງຕ່າງ ໆ ເປັນນິມິດຫຼືເຄື່ອງໝາຍ ເຊັ່ນ: ຕົ້ນໄມ້, ພູເຂົາ, ແມ່ນໍ້າ, ຈູມປວກ, ສີລາ ຫຼືຫີນ ເປັນຕົ້ນ ສ່ວນຫຼາຍໃຊ້ຫີນເປັນກ້ອນ ກົມມົນ ເປັນທ່ອນຍາວ ເພາະໝັ້ນຄົງຖາວອນກວ່າຢ່າງອື່ນ ແລະນິຍົມຝັງໄວ້ໃຫ້ເຫັນເປັນຫລັກນິມິດແນ່ນອນ ຈະເຫັນໄດ້ຈາກສິມເກົ່າ ໆ ຫລາຍວັດ  ສ່ວນການເຮັດເປັນໜ່ວຍມົນ ໆ ແລະມີການຕັດຫວາຍລູກນິມິດນີ້ເປັນວັດທະນະທັມເກິດຂື້ນມາໃຫມ່ ຈາກອິດທິພົນຂອງບ່ອນອື່ນ.

2,ອະພັດທະສີມມາ:

ໄດ້ແກ່ເຂດຊຸມຊົນທີ່ສົງບໍ່ໄດ້ກຳໜົດຂື້ນເອງ ຫລືບໍ່ໄດ້ຂອດເທື່ອ ແຕ່ຖືເອົາເຂດທີ່ກຳໜົດໄວ້ຕາມປົກກະຕິຂອງບ້ານເມືອງ ອາດຈະເປັນບ້ານ ຕາແສງ ເມືອງ ປະເທດ ເປັນຕົ້ນ.

3,ວິສຸງຄາມສີມາ:

ຄືອານາເຂດ ຫຼື ບໍລິເວນສ່ວນຫນຶ່ງພາຍໃນວັດ ມີເຈົ້າມະຫາຊີວິດ ຫຼືທາຍົກຜູ້ປະກອບດ້ວຍສັດທາແກ່ກ້າ ມອບຖວາຍໃຫ້ແກ່ສົງ ປະຈຸບັນແມ່ນນາຍົກລົດຖະມຸນຕີເປັນຜູ້ອະນຸຍາດ ການສ້າງສິມຕ້ອງຢູ່ໃນຂອບເຂດທີ່ອະນຸຍາດ ແລະການຝັງລູກນິມິດຮອບອຸໂປສົດ ຕ້ອງຢູ່ໃນເຂດຂອງ ວິສຸງຄາມສີມາເທົ່ານັ້ນ.

ຂະໜາດຂອງສີມາ:

ມີພຣະບໍລົມພຸດທາຍຸຍາດໃຫ້ສົງກຳໜົດຂະໜາດສີມາຕາມຄວາມຈຳເປັນ ບໍ່ໃຫ້ນ້ອຍ ຫຼືໃຫຍ່ເກີນໄປ ຂະໜາດນ້ອຍໃຫ້ພຣະສົົງນັ່ງຫັດຖະບາດ(ນັ່ງຕົວກົງ ຢື້ແຂນອອກໄປຈັບອີກຄົນໜຶ່ງໄດ້ ຮອບຕົວ) ໄດ້ບໍ່ຕໍ່າກວ່າ ໒໑ ອົງ ເພາະການເຮັດສັງຄະກຳບາງຢ່າງຕ້ອງໃຊ້ພຣະສົງ ໒໑ ຂື້ນໄປ ເຊັ່ນ ການຂໍອັບພານ ອອກຈາກອາບັດສັງຄາທິເສດເປັນຕົ້ນ. ຂະໜາດໃຫຍ່ບໍ່ໃຫ້ເກີນ ໓ ໂຍດ (ໂຍດຫນື່ງ ເທົ່າກັບ ໑໖ ກິໂລແມັດ) 

ສີມນໍ້າ (ສີມາກາງນໍ້າ) ອຸທະກະສີມາ ຫຼື ອຸທະກຸກເຂປະສີມາ) ເປັນສີມາທີ່ກຳໜົດເຂດຂື້ນໃນນ້ໍາ ຈັດເປັນອະພັດທະສີມາ ຊະນິດຫນຶ່ງ ແບ່ງຕາມລັກສະນະຂອງນ້ຳທີ່ກຳໜົດຂື້ນເປັນ ອຸທະກະສີມາ ໄດ້ດັ່ງນີ້:

ນະທີສີມາ :  ຄືເຂດແດນທີ່ສົງກຳໜົດເທິງແມ່ນ້ຳ ທີ່ມີນ້ຳໄຫຼຢູ່ຕະຫຼອດເວລາ ບໍ່ໄດ້ຕັນ ບໍ່ໄດ້ແຫ້ງ ເຊັ່ນນ້ຳຂອງເປັນຕົ້ນ.

ສະມຸດທະສີມາ: ຄືເຂດແດນໃນທະເລມະຫາສະຫມຸດ ການກຳຫນົດເຂດເລີ່ມຕົ້ນຂອງສີມາ ໃຫ້ກຳຫນົດຝັ່ງນ້ຳ ທີ່ນ້ຳລົງທີ່ສຸດ.

ຊາຕະສະສີມາ:  ຕ້ອງເປັນສະ ເປັນໜອງທີ່ເກິດຂື້ນຕາມທໍາມະຊາດ ບໍ່ແມ່ນໃຜຜູ້ໃດຜູ້ຫນຶ່ງມາຂຸດໄວ້ ເຕັມໄປດ້ວຍນ້ຳທີ່ມາໄດ້ຮອບດ້ານ ມີນ້ຳພໍໃຊ້ຢູ່ສະເໝີ.

ໄລຍະຫ່າງຈາກຝັ່ງຂອງສີມາ: ອຸທະກະສີມາ ຫຼືສີມານ້ຳຕ້ອງມີໄລຍະຫ່າງຈາກຝັ່ງ ປະມານບູລຸດຜູ້ມີກຳລັງແຮງວັກນ້ຳໃສ່ບໍ່ເຖິງ ສີມານັ້ນໂດຍຮອບ ສຳຫຼັບສະຖານທີ່ນັ້ນ ຈະໃຊ້ເຮືອກໍ່ໄດ້ ແພກໍ່ໄດ້ ເຊິ່ງຈະຕ້ອງມັດສະໝໍ ຫຼືມັດໄວ້ກັບຫລັກກາງນ້ຳ ຫຼືຕົ້ນໄມ້ທີ່ເກິດກາງນ້ຳນັ້ນກໍ່ໄດ້ ແຕ່ຫ້າມມັດເຮືອ ຫລືແພໄວ້ກັບຕົ້ນໄມ້ ງ່າໄມ້ທີ່ເກິດຢູ່ເທິງຝັ່ງ, ຈະເຮັດຮາວ ຫຼືຂັ້ນໄດກ່າຍໄປຫາເຮືອ ຫຼືແພກໍ່ໄດ້ ແຕ່ເວລາສູດສັງຄະກັມໃຫ້ປົດອອກ ບໍ່ໃຫ້ພາດ ກັບເຮືອ ແພໄດ້ ຈະໃຊ້ເຮືອທີ່ເຄື່ອນທີ່ໄປມາທັມສັງຄະກັມບໍ່ໄດ້. 

ຄວາມແຕກຕ່າງລະຫວ່າງອຸທະກະສີມາ ແລະພັດທະສີມາ:

ອຸທະກະສີມາ ຫຼື ສີມາກາງນ້ຳ ມັກຈະເປັນສີມາທີ່ສົມມຸດກັນຂື້ນມາສະເພາະກິດໃນການທັມສັງຄະກັມແຕ່ລະຄັ້ງ ເມື່ອຈະທັມສັງຄະກັມຄັ້ງໜຶ່ງ ກໍ່ກະທັມພິທີກັມເທື່ອໜຶ່ງ ກໍ່ເຮັດພິທີສູດສົມມຸດສີມາຄັ້ງໜຶ່ງ ໂດຍກຳຫນົດເອົາເວລາທີ່ສົງ ນັ່ງຫັດຖະບາດຢູ່ເທົ່ານັ້ນ ພໍລຸກຈາກບ່ອນ ຫຼືລະຫັດຖະບາດ ກໍ່ເປັນອັນວ່າຫມົດເຂດສີມານັ້ນ ຈະໃຊ້ໃຫມ່ກໍ່ຕ້ອງສົມມຸດຂື້ນໃຫມ່  ໃນການສົມມຸດອຸທະກະສີມາແຕ່ລະຄັ້ງບໍ່ຕ້ອງສູດຖອນ ເພາະຖືວ່າເປັນສະຖານທີ່ບໍລິສຸດຢູ່ແລ້ວ ແມ່ນວ່າເຄີຍເຮັດສົມມຸດ ອຸທະກະສີມາ ໃນສະຖານບ່ອນນັ້ນມາແລ້ວກໍ່ຕາມ ຖືວ່າອາຍຸ ອຸທະກະສີມານັ້ນຫມົດໄປແລ້ວ ກາຍເປັນແມ່ນ້ຳ ມະຫາສະຫມຸດ ຫນອງບຶງຕາມທຳມະຊາດໄປແລ້ວ ໃນສະໄຫມບູຮານ ເພິ່ນນິຍົມສົມມຸດ ອຸທະກະສີມາ ທັມສັງຄະກຳບວດນາກ ເພາະຖືວ່າເປັນສີມາບໍລິສຸດກວ່າ ພັດທະສີມາ(ສິມບົກ) ເພາະວ່າຕ້ອງໄດ້ສູດຖອນເສຍກ່ອນ ຢ້ານວ່າສະຖານທີ່ນັ້ນເປັນບໍລິເວນສີມາທີ່ຖືກສົມມຸດມາກ່ອນ ຈະເຮັດໃຫ້ສີມາທີ່ສົມຂື້ນມານັ້ນໃຊ້ບໍ່ໄດ້ ເປັນສີມາ ສັງກະ (ສີມາເຕັງກັນ) ຖືວ່າເປັນສີມາວິບັດ ໃຊ້ເຮັດສັງຄະກຳບໍ່ໄດ້ .

ໃນສະໄໝບູຮານຄົນລາວນິຍົມສົມມຸດ ອຸທະກະສີມາ(ສິມນ້ຳ) ເຮັດສັງຄະກັມທີ່ສຳຄັນເຊັ່ນ: ຕອນເອົາພຣະບາງຂື້ນມາຮອດກຸງຈັນທະບູລີ ສີສັດຕະນາກ ກໍ່ເຮັດສິມນ້ຳສົມໂພດຢູ່ຫາດດອນຈັນ ຫລື ປະຫວັດຍາຄູຂີ້ຫອມ ທີ່ເປັນພຣະອະຣິສົງລາວສະໄຫມບູຮານ ກໍ່ມີການຂອດສິມນ້ຳບວດຢູ່ຫາດດອນຈັນເຊັ່ນດຽວກັນ.

ປະຈຸບັນສີມນ້ຳ ບໍ່ນິຍົມຂອດກັນແລ້ວ ເພາະເປັນການຫຍຸ້ງຍາກ ແລະຜູ້ທີ່ເຂົ້າໃນການທຳສັງຄະກຳເລື່ອງນີ້ກໍຫາຍາກ ແຕ່ກໍ່ພໍມີຫລັກຖານໃຫ້ເຫັນຢູ່ ເຊັ່ນທາງເມືອງເງິນ ເມືອງຊຽງຮ່ອນແຂວງໄຊຍະບູລີ ແລະຍຸກສະໄຫມນີ້ຫລາຍວັດກໍນິຍົມ ສ້າງວິສຸງຄາມະສີມາ(ສິມບົກ) ທີ່ໄດ້ຮັບການອະນຸຍາດສ້າງຈາກຝ່າຍບ້ານເມືອງໂດຍທ່ານາຍົກລັດຖະມຸນຕີເປັນຜູ້ອະນຸຍາດຂອດ. 

ບົວສະຖະກາງນ້ຳວັດບ້ານຂອນ ເມືອງເງິນ ແຂວງໄຊຍະບູລີ



ບົວສະຖະກາງນໍ້າວັດນາໂງ ເມືອງເງິນ ແຂວງໄຊຍະບູລີ



ความคิดเห็น

โพสต์ยอดนิยมจากบล็อกนี้

ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

ບຸນປີໃຫມ່ລາວ