ບຸນມາຄະບູຊາ ເດືອນ 3 ເພັງ ບຸນເຂົ້າຈີ່
ວັນນີ້ ເປັນວັນມາຄະບູຊາ
ເປັນວັນປຸນນະມີບູຊາ ຄືວັນເພັງເຕັມດວງ
- ຄຳວ່າ
ມາຄະບູຊາ ແມ່ນຊື່ຕາມດາວຣືກໜຶ່ງໃນຊາວ ໒໗ ດວງທີ່ພົວພັນກັບໂລກ ມີຊື່ວ່າ
"ມາຄະ" ຄຳວ່າ "ບູຊາ" ແປວ່າໄຫວ້ ກໍໝາຍວ່າ ການທຳບຸນ
ໄຫວ້ພຣະໃນວັນມາຄະ ໃນພາສາລາວແທ້ຮຽກວ່າ ເດືອນວສາາມເພັງ ຄຳວ່າເພັງ ອັນໝາຍເຖິງວັນພຣະຈັນເຕັມດວງ
ໃນວັດ ທະນະທັມລາວວັນນີ້ ບາງຄັ້ງກໍວ່າວັນບຸນເຂົ້າຈີ່, ຄືຊາວພຸດຈະເອົາເຂົ້າຈີ່ມາໃສ່ບາດພຣະສົງ, ບາງທ້ອງຖິ່ນ
ເຊັ່ນທາງຈຳປາສັກຮຽກວ່າ ບຸນເດືອນ ໓ ເພັງ, ບຸນກຸ້ມເຂົ້າ ຫຼືບຸນກອງເຂົ້າ, ບຸນວັດພູ, ສ່ວນທາງສະຫວັນກະວ່າບຸນພຣະທາດໂພ່ນ, ທາງສາລະວັນ
ກໍແມ່ນບຸນໄຫວ້ພຣະບາດວັດພຣະບາດ ທາງທ່າແຂກ ແລະນະຄອນພະນົມ ບຸນວັດພຣະທາດສີໂຄດ
ແລະບຸນພຣະທາດພະນົມ ສ່ວນທາງເໜືອຂຶ້ນໄປກໍມີບຸນທ້ອງຖິ່ນຂອງຕົນໄປຕາມປະເພນີ,
- ສຳລັບທີ່ມາຂອງຄຳວ່າບຸນເຂົ້າຈີ່ ມີທີ່ມາດັ່ງນີ້
- ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ນັ້ນ
ມີນາງທາສີທຸກໄຮ້ເຂັນໃຈໄຮ້ຊັບອັບປັນຍາຄົນໜຶ່ງ ຊື່ ປຸນນະທາສີ ນຶກເຫັນວ່າຕົນເອງນີ້
ເປັນຄົນທຸກໃນຊາດນີ້ ອາດບໍ່ເຄີຍທຳບຸນມາກ່ອນໃນຊາດທີ່ແລ້ວ
ຄວນເຮົາຈະຂົນຂວາຍຫາຂອງທານໃຫ້ໄດ້ແຕ່ນາງກໍຈົນປັນຍາທີ່ຈະຫາຂອງທານ ໄປທານແກ່ພຣະສົງ
ພຽງແຕ່ລ້ຽງຊີວິດຕົນເອກໍຍັງບໍ່ມີອັນຈະກິນ ນາງວັນນັ້ນ ນາງໄດ້ເອົາເຂົ້າໜຽວໜຶ່ງປັ້ນ
ໄປເກືອກກັບຮຳອ່ອນ ແລ້ວກໍເອົາມາຈີ່ໄຟ ແລ້ວກໍພົກໃສ່ຫົວສິ້ນໄວ້, ແລ້ວກໍອອກໄປເຮັດວຽກໃຫ້ເຈົ້າ
ນາຍ ໃນຂະນະທີ່ກຳລັງເດີນທາງໄປຢູ່ນັ້ນ ນາງເຫັນຄົນສ່ວນຫຼາຍທບຸນກັນໃນວັນມາຄະ
ນາງກໍໄດ້ແຕ່ຄິດຢາກທຳບຸນ ກໍຫາວິທີຄິດເຮັດຢູ່ກໍບໍ່ເຫັນ ທາງ
ໃນຂະນະນັ້ນເອງພຣະພຸດທະເຈົ້າຮູ້ໂດຍພຣະຍານຂອງພຣະອົງແລ້ວວ່າ "ນາງທາສີຄົນນີ້
ຈັກໄດ້ສິ້ນຊີວິດໃນວັນນີ້ ດ້ວຍແຮງສັດທາຂອງນາງທີ່ຢາກທຳບຸນ ຫາກນາງໄດ້ທຳບຸນ
ກໍຈະໄດ້ໄປເກີດໃນສະຫວັນ ພຣະອົງຈຶ່ງສະເດັດໄປໂຜດນາງ ຫາກໄດ້ທານເຂົ້າຈີ່ກ້ອນໜຶ່ງ
ກໍຈະມີອານິສົງ ນຳຕົນຂື້ນສູ່ຫວັນ"
ແລະແລ້ວທັນໃດນັ້ນພຣະພຸດທະເຈົ້າກໍສະເດັດມາເຊິ່ງໜ້ານາງ ທາງຕົກໃຈ ເຫັນພຣະພຸດທະເຈົ້າກໍາລັງເດິນບິນທະບາດ
ນາງກໍຄິດວ່າພຣະພຸດທະເຈົ້າກໍຕ້ອງການອາຫານນາງກໍ ຄິດໄດ້ວ່າອາຫານເຮົາມີເຂົ້າຈີປັ້ນດຽວ
ຫາກເຮົາທານເຮົາກໍຫິວ ແຕ່ຖ້າເຮົາທານໃຫ້ພຣະພຸດທະເຈົ້າ ເຮົາກໍຈັກໄດ້ບຸນ
ເກີດຊາດໜ້າເຮົາຈະບໍຣິບູນດ້ວຍໂພຄະຊັບ ນາງຈຶ່ງຄິດວ່າ "ເຖິງຫິວໃນຊາດນີ້
ແຕ່ຊາດໜ້າເຮົາຈະບໍ່ຫິວ"
ຈຶ່ງຕັດສິນໃຈເອົາກ້ອນເຂົ້າຈີ່ໃນພົກສິ້ນນາງຖວາຍສົງລົງໄປໃນບາດພຣະພຸດທເຈົ້າ
ພຣະພຸດທະເຈົ້າ ຮັບແລ້ວໃຫ້ພອນນາງ ເມື່ອນາງໃຫ້ທານໄປແລ້ວກໍດີໃຈ ປິຕິໂສມະນັດ
ໃນຂອງທານຕົນ ແຕ່ເມື່ອພຣະພຸດທະເຈົ້າຮັບແລ້ວ ນາງຄິດວ່າພຣະອົງຈະສັນຂອງເຮົາບໍນໍ
ນາງຄິດເຊັ່ນນັ້ນ ພຣະພຸດທະອົງກໍຊົງຮູ້ຄວາມຄິດນາງ
ຈຶ່ງສະໜອງສັດທານາງທາສີຄົນນັ້ນໃຫ້ບໍຣິບູນ
ພຣະອົງກໍສະເດັດເຂົ້າໄປປະທັບນັ່ງທີ່ຕ້ອງຕົ້ນໄມ້ຂ້າງທາງນັ້ນ ນາງທາສີເຫັນແລ້ວກໍຊື່ນໃນ
ກໍກັບເມື່ອຢູ່ທີ່ຢູ່ຂອງຕົນດ້ວຍຄວາມປິຕິ ວັນນັ້ນເອງ ນາງກໍໄດ້ມໍນະກັມຕາມກຳນົດ
ພຣະພຸດທະອົງຊາບແລ້ວກໍເທດສະໜາບອກພິກຂູສົງວ່າ "ນາງທາສິຄົນນັ້ນໄດ້ໄປເກີດເປັນນາງເທວະດາ
ຊື່ປຸນນະເທບພະດາ" ຢູ່ຊັ້ນຕາວະຕິງສາ.
- ນັບແຕ່ນັ້ນມາ ຊາວພຸດຈຶ່ງນະຍົມເອົາເຂົ້າຈີ່ມາທານໃນວັນເດືອນ ໓ ເພັງນີ້.
- ທີ່ມາຂອງການປະກາດພຣະພຸດທະສາສນາໃນວັນນີ້
ໃນອັດຖະກະຖາ
ມະຫາປະທານະສູດ ມີຂໍ້ຄວມວ່າ ຫລັງຈາກທີ່ພຣະພຸດທະເຈົ້າເທສະນາ ເວທະນາປະຣິຄຄະຫະສູດ
ຫຼື ທີ່ຄະນະສູດ ທີ່ຖ້ຳສຸກອນຂາຕາ ເຂົາຄິດສະກູດ
ຈົບແລ້ວເຮັດໃຫ້ພະສາລີບຸດໄດ້ບັຍລຸອໍລະຫັນຕະຜົນ
ຈາກນັ້ນພຣະອົງໄດ້ສະເດັດໄປທີ່ວັດເວລຸວັນມະຫາວິຫາຣ ໃກ້ກຸງຣາຊະຄຶ
ແຄວ້ນມະຄົດ ແລ້ວທົງປະກາດໂອວາດປາຕິໂມກ ແກ່ພຣະພິກຂຸຈຳນວນ 1250 ອົງ
ຫລັງຈາກພຣະພຸດທະເຈົ້າຕັດສະຮູ້ແລ້ວ ເກົ້າເດືອນ ກ່ອນພຸດທະການ 45 ພັນສາ,
ຈະຕຸລົງຄະສັນນິບາດ:
໑,
ວັນນີ້ເປັນວັນເພັງເດືອນສາມ ພະຈັນສະເຫີວຍມາຄະລຶກ
໒,
ພຣະພິກຂຸຈຳນວນ 1250 ອົງມາປະຊຸກັນໂດຍບໍ່ໄດ້ນັດໝາຍ
໓,
ພຣະພິກຂຸເຫຼົ່ານັນເປັນພຣະ ອໍຣະຫັນຊົງອະພິນຍາ ໖
໔,
ພຣະພິກຂຸເຫຼົ່ານັ້ນເປັນພຣະທີ່ບວດໂດຍ ເອຫິພິກຸອຸປະສັມປະທາ
ດ້ວຍພຣະອົງເອງ
ວັນນີ້ ມີທີ່ມາສຳຄັນອີກວັນໜຶ່ງກ່ຽວກັບວັນມາຄະບູຊາ ຄືມີພຣະພິກຂຸສົງ
ເປັນອໍຣະຫັນລ້ວນ ແລະເປັນພຣະພິກຂຸທີ່ພຣະອົງບວດໃຫ້ເອງດ້ວຍພຣະ ວາຈາວ່າ "ເອຫິພິກຂຸ
ອຸປະສັມປາທາ..." ຫຼັງຈາກບວດແລ້ວກໍໄປປະກາດພຣະສາສນາໃນທີ່ຕ່າງໆ
ພຣະພິກຂຸທັງໝົດລ້ວນແຕ່ຄິດເຫັນພຣະພຸດ ທະເຈົ້າ ຈຶ່ງມາຍັງວັດພຣະເຊຕະວັນ
ບັງເອີນວ່າພຣະພິກຂຸອໍຣະຫັນເຫຼົ່ານັ້ນມາພ້ອມກັບ ໂດຍບໍ່ໄດ້ນັດໝາຍ ມີຈຳນວນ ໑໒໕໐ ອົງ, ພຣະພຸດທະເຈົາ
ເຫັນແລ້ວກໍມີພຣະໄທຊຶ່ນບານ ຈຶ່ງປາຣົບກັບພຣະອໍຣະຫັນເຫຼົ່າ
ໂດຍການສະຫຼຸບສູດຍອດຄຳສອນຂອງພຣະອົງລົງເປັນສາມຂໍ້ ໂດຍກ່າວເປັນພາສາປາລີວ່າ "
- ສັພພະປາປັສສາອະກາລະນັງ (ການບໍ່ກະທຳຄວາມຊົ່ວທັງປວງ)
- ກຸສັລສຸປສັມປະທາ(ການກະທຳດີທັງຫຼາຍທັງປວງ)
- ສະຈິຕຕະປະຣິໂຍທະປານັງ(ການສຳຮະຈິດໃຈຂອງຕົນໃຫ້ຜ່ອງແຜ້ວ.
ເອຕັງ ພຸດທະສາສະນັງ
(ນີ້ແລຄຳສອນຂອງພຣະພຸດທະສາສນ)ເຊິ່ງສະຫຼຸບຫຍໍ້ເປັນຂໍ້ດັ່ງນີ້ :
-ຫຼັກການ 3 1. ລະຊົ່ວ 2. ທຳດີ 3. ທຳຈິດໃຈຂອງຕົນໃຫ້ຜ່ອງໃສ (ສິນ
ສະມາທິ ປັນຍາ)
-ອຸດົມການ 4 : 1 ມີຄວາມອົດທົນອົດກັ້ນ
ເມືອພົບກັບອຸປະສັກ
2, ການມຸ່ງເຂົາສູ່ນິບພານ ເປັນເປົ້າໝາຍສູງສຸດຂອງການບວດ
3, ພຣະພິກຂຸ ແລະນັກບວດບໍ່ຄວນທໍາຮ້າຍໃຫ້ຜູ້ອື່ນມີຄວາມທຸກທາງກາຍ ທາງໃຈ
ບໍ່ວ່າກໍລະນີໃດ ໆ
4, ພຣະພິກຂຸ ແລະນັກບວດ ຕ້ອງຂໍແກ່ທາຍົກດ້ວຍການບໍ່ບຽດບຽນ ບໍ່ຂໍຈົນເຂົາລຳບາກໃຈ
-ວິທີການ 6 :
1. ການບໍ່ເວົ້າຮ້າຍ
2.ການບໍ່ທຳຮ້າຍ
3. ການສຳລວມໃນປາຕິໂມກ
4.ເປັນຜູ້ຮູ້ຈັກໃນການບໍລິໂພກ
5.ການນອນ ການນັ່ງ ໃນທີ່ອັນສະຫງົບ ສະຫງັດ
6. ຄວາມໝັ່ນປະກອບໃນການທຳຈິດໃຫ້ຍິ່ງ
ນີ້ຄືຫົວໃຈຂອງສາສນາ ຄຳວ່າ ສາສນາ ໄດ້ປາກົດຄັ້ງແຮກໃນວັນນີ້, ດ້ວຍເຫດນັ້ນ
ວັນມາຄະບູຊາ ຈຶ່ງມີຄວາມ ໝາຍ ໜຶ່ງອີກວ່າ
"ວັນປະກາດພຣະພຸດທະສາສນາ" ນັ້ນເອງ.
ความคิดเห็น
แสดงความคิดเห็น