ແຂນນາງ (ຄັນທວຍ)

 

ອົງປະກອບ ສະຖາປັດຕະຍະກຳລາວ (ແຂນນາງ)

ແຂນນາງ (ຄັນທວຍ) ຄືສ່ວນໜື່ງຂອງສະຖາປັດຕະຍະກຳລາວ ເປັນສ່ວນທີ່ຮອງຮັບຄ້ຳຢັນ ຕີນຊາຍຄາ ນິຍົມຄວັດ ຫຼືປັ້ນເປັນຮູບລວດລາຍຕ່າງ ໆ ເຊັ່ນ: ລາຍນາກ, ລາຍຫົງ, ລາຍເຄືອກູດ, ລານເທບພະນົມ ເປັນຕົ້ນ ມີລັກສະນະ ເປັນແບບໄມ້ຄ້ຳຢັນໂດຍກົງ ແລະແບບເປັນຮູບສາມແຈສາກ (ແບບຫູຊ້າງກໍ່ວ່າ) ແຂນນາງ ນິຍົມເຮັດຈາກໄມ້ ຫຼືປູນປັ້ນ ຕາມແຕ່ປະເພດຂອງອາຄານ ສຳຫຼັບຂະ ໜາດ ຄວາມຍາວ ຄວາມກວ້າງ ຂື້ນຢູ່ກັບຄ່ານິຍົມ ຂອງແຕ່ລະທ້ອງຖິນ ແລະການສົມສ່ວນກັບອາຄານ ໂດຍລວມນິຍົມເຮັດສອງແບບຄື: ຄ້ຳແຕ່ຂອບບົວແອວຂັນ ຫຼືຂອບພື້ນອາຄານຂື້ນ ຫາຕີນຊາຍຄາ ແລະແບບຄ້ຳແຕ່ເຄິ່ງກາງຝາຂື້ນຕີນຊາຍຄາ ໂດຍຄ້ຳສົ້ນຂື່ຫົວເສົາ ຫຼືສົ້ນໄມ້ກອນກໍ່ມີ.

ການໃຊ້ແຂນນາງມາເປັນອົງປະກອບສ່ວນໜຶ່ງຂອງສະຖາປັດຕະຍະກຳລາວ ສ່ວນໜຶ່ງກໍ່ເພື່ອຄວາມໝັ້ນຄົນຂອງອາຄານ ແລະສ່ວນໜື່ງກໍ່ເພື່ອປະດັບອາຄານໃຫ້ສວຍງາມ ຈົນກາຍມາເປັນເອກະລັກສະເພາະຕົວ.

ແຂນນາງໜ້າຈະກຳເນິດມາຈາກການໃຊ້ໄມ້ຄ້ຳເທີບຕູບ ຫຼືການໃຊ້ໄມ້ຄ້ຳໂດຍການໃຊ້ແຮງໂນ້ມທ່ວງແກ່ກັນແລະກັນໃຫ້ໝັ້ນຄົງ ຕົວຢ່າງໃຊ້ໄມ້ຄ້ຳຕົ້ນກ້ວຍ ໄມ້ຄ້ຳກໍ່ອາໃສຕົ້ນກ້ວຍ ຕົ້ນກ້ວຍກໍ່ອາໃສໄມ້ຄ້ຳ ເມື່ອກາຍມາເປັນອາຄານແບບແໜ້ນໜາແລ້ວ ແຂນນາງກໍ່ມາເປັນອົງປະກອບອີກເພື່ອຄວາມໝັ້ນຄົງຂື້ນອີກ.

ຄະຕິຄວາມເຊື່ອ ທີ່ມາຂອງຄຳວ່າແຂນນາງ ແລະອາລົມຄວາມຮູ້ສຶກຕໍ່ຜູ້ຄົນ ຄຳວ່າແຂນນາງ ແມ່ນຕົວແທນຂອງແຂນແມ່ຍິງ ໃນຖານະເພດແມ່ ເຊິ່ງເປັນແຂນທີ່ມີຄວາມອ່ອນຊ້ອຍງົດງາມ ແລະເປັນແຂນທີ່ອຸ້ມກອດໃຫ້ມີຄວາມຮູ້ສຶກອົບອຸ່ນປອດໄພ ດັ່ງນັ້ນຄຳວ່າແມ່ຈຶ່ງນຳມາໃຊ້ເປັນຄຳນຳໜ້າສັບພະສິ່ງທີ່ເຮົາອາໃນໃນໂລກນີ້ ເຊັ່ນ: ແມ່ນ້ຳ, ແມ່ຄົງຄາ, ແມ່ທໍລະນີ, ແມ່ທັບ, ແມ່ໂພສົບ ເປັນຕົ້ນ. ເຖິງວ່າເພດແມ່ນັ້ນເປັນເພດອ່ອນແອ ແຕ່ກໍມີພະລັງອັນມະຫາສານທີ່ຈະເຮັດໃຫ້ຜູ້ທີ່ຜູກພັນນັ້ນມີກຳລັງໃຈໃນການປະຕິບັດໜ້າທີ່ ຕົວຢ່າງ: ພຣະເຈົ້າຟ້າງຸ່ມມະຫາຣາດ ເຖິງວ່າເປັນມະຫາຣາດຜູ້ທ້ອນໂຮມລາວລ້ານຊ້າງໄດ້ ປົກຄອງບ້ານເມືອງດ້ວຍອຳນາດບາຣະມີສູງສົ່ງ ແຕ່ເມື່ອພຣະນາງແກ້ວເກງຍາຜູ້ເປັນອັກຄະມະເຫສີສິ້ນພຣະຊົນ ພຣະອົງກໍ່ບໍ່ສາມາດບໍລິຫານບ້ານເມືອງອີກຕໍ່ໄປໄດ້, ແລະຫຼາຍຫົວເມືອງທີ່ຜູກມິດໄມຕີກັນ ຫຼືຍາດແຍ່ງອານາເຂດກັນສ່ວນຫນຶ່ງກໍ່ແມ່ນຜູ້ຍິງເປັນຕົວກາງໃນເຫດການນັ້ນ ໆ ຕະລອດເຖິງການອຸປະຖຳຄ້ຳຊູພຣະພຸດທະສາສະໜາ ຄ້ຳວັດຄ້ຳວາ ກໍ່ແມ່ນແມ່ອອກເປັນສ່ວນຫຼາຍ ລວມເຖິງການທຳລາຍຄວາມພຽນຂອງພຣະສົງກໍ່ແມ່ນແມ່ອອກມີສ່ວນຮ່ວມ ສະນັ້ນແຂນນາງຈຶ່ງເປັນຕົວແທນໃນການຄ້ຳຊູອາຄານໃຫ້ໝັ້ນຄົງ ແລະສວຍງາມອີກດ້ວຍ.







ความคิดเห็น

โพสต์ยอดนิยมจากบล็อกนี้

ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

ຮີດ​ທີ​ເກົ້າ ບຸນ​ເຂົ້າ​ປະ​ດັບ​ດິນ

ບຸນປີໃຫມ່ລາວ