ເສິກສາມຫມູ່ບ້ານ...
ເສິກ 3 ໝູ່ບ້ານ
.... ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍ ປະເທດລາວມີຂອບເຂດຊາຍແດນ ຢ່າງຈະແຈ້ງ ໂດຍສະເພາະຊາຍແດນລາວໄທ ທີ່ມີຂໍ້ຜິດພາດກັນມາແຕ່ອາດີດ ນັ້ນ ກໍ່ມີການປັກປັນຢ່າງຈະແຈ້ງ ໂດຍສະເພາະຊາຍແດນແຂອງແຂວງໄຊຍະບູລີນັ້ນພິເສດກວ່າຫມູ່ເພາະ ມີຊາຍແດນ ດິນຕໍ່ແຜ່ນກັບອານາຈັກໄທທັ້ງຫມົດຢູ່ຟັ່ງຂວາແມ່ນ້ຳຂອງ ນັບແຕ່ຜາໄດ ຜາດ່າງ ຮອດປາກນໍ້າເຫືອງ ມີຄວາມຍາວທັງຫມົດ 647 ກມ. ເຊິ່ງເປັນຊາຍແດນມາແຕ່ສະໄຫມເຈົ້າຟ້າງຸ່ມເປັນຕົ້ນມາ ໂດຍກຳຫນົດເອົາສັນປັນນ້ຳເປັນຫລັກແດນ ແລະໄດ້ປັກຫຼັກແດນຖາວອນໄດ້ເກືອບທັງຫມົດ ແຕ່ຍັງມີບາງຈຸດທີ່ບໍ່ຕົກລົງກັນໄດ້ ມາຮອດປະຈຸບັນຄື ຊາຍແດນ 3 ໝູ່ບ້ານຄື: ບ້ານໃຫມ່, ບ້ານກາງ, ບ້ານສະຫວ່າງ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຍັງບໍ່ທັນຕົກລົງກັນໄດ້ ຟັ່ງໄທຍັງອ້າງສິດໃນເຂດດັ່ງກ່າວນັ້ນຢູ່ ແຕ່ຖ້າເບິ່ງຕາມຫລັກພູມສາດແລ້ວ ຊາຍແດນດັ່ງກ່າວເປັນອຳນາດອະທິປະໄຕລາວເຮົາ100 % ອັນເປັນເຫດຕໍ່ເນື່ອງມາຈາກສົງຄາມ ຫຼື ເສິກ 3 ໝູ່ບ້ານນັ້ນເອງ ເສິກ 3 ໝູ່ບ້ານເລີ່ມຂື້ແຕ່ ວັນທີ່ 16 ມິຖຸນາ 1984 ຮອດວັນທີ່ 10 ຕຸລາ 1984 ເປັນເວລາ 5 ເດືອນ ເຊິ່ງຝ່າຍທະຫານໄທເປັນຜູ້ເປິດສາກບຽດຍຶດ 3 ໝູ່ບ້ານກ່ອນ ພວກເຂົາເອີ້ນການເຄື່ອນໄຫວນີ້ວ່າ : ມີໄຊດາບຫັກ ; ຟ່າຍລາວນຳພາການຕອບໂຕ້ໂດຍ ກຳລັງຫຼວງແລະກຳລັງທ້ອງຖິ່ນ ໂດຍແມ່ນກອງພົນທະຫານຮາບທີ 2 ນຳພາການຕໍ່ສູ້ຈົນໃນທີ່ສຸດພວກເຂົາກໍ່ຍອມຖອນກຳລັງອອກຈາກເຂດດັ່ງກ່າວ,,, ພິເສດແມ່ນປະຊາຊົນທ້ອງຖິ່ນມີສ່ວນຮ່ວມສາມັກຄີຕໍ່ສູ້ໃນຄັ້ງນີ້ຈຳນວນ 35,000 ຖ້ຽວ/ຄົນ, ຊ້າງຊ່ວຍລຳລຽງ 136 ໂຕ, ຊາວໜຸ່ມທ້ອງຖິ່ນສະໝັກເປັນທະຫານປະກອບສ່ວນ 300 ຄົນ ນີ້ເປັນເລື່ອງຂອງອາດີຜ່ານມາແລ້ວກວ່າ 40 ປີ ແນ່ນອນບ່ອນໃດມີສົງຄາມບ່ອນນັ້ນຍ່ອມມີການສູນເສຍ ບໍ່ວ່າຈະຊະນະຫຼືບໍ່ກໍຕາມ ສົງຄາມຜ່ານມາເປັນບົດຮຽນໃຫ້ເຮົາຮູ້ຄວາມໂຫດຮ້າຍ ຄວາມເຈັບປວດ ແລະຄວາມສູນເສຍ ສະນັ້ນຢູ່ນຳກັນດ້ວຍສັນຕິວິທີດີທີ່ສຸດ ....
ความคิดเห็น
แสดงความคิดเห็น