บทความ

ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ

รูปภาพ
ປະຫວັດຫຍໍ້ ວັດສີສະຫວ່າງວົງສ໌ ເມືອງໄຊຍະບູລີ ແຂວງໄຊຍະບູລີ ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ທິດເໜືອຕິດກັບ ບ້ານສີມຸງຄຸນ ທິດໃຕ້ຕິດກັບ ຫ້ອງວ່າການປົກຄອງແຂວງ ທິດຕາເວັນອອກຕິດກັບ ເສັ້ນທາງຫຼວງ (ໝາຍເລກ ......) ທິດຕາເວັນຕົກຕິດກັບທົ່ງນາ ຂອງບ້ານສີເມືອງ ໂດຍໄດ້ຮັບການອຸປະຖໍາຈາກ ສາມບ້ານຄື:ບ້ານສີເມືອງ, ບ້ານສີມຸງຄຸນ ແລະ ບ້ານຖິ່ນ. ວັດສີສະຫວ່າງວົງສ໌ ແມ່ນຖືເອົາພຣະນາມຂອງເຈົ້າຊີວິດອົງຊື່ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງສ໌ ຕອນເປັນເຈົ້າຊີວິດປົກຄອງພຣະຣາຊາຊະອານາຈັກລາວລ້ານຊ້າງ (1885-1959) ກ່ອນປົດປ່ອຍ ເຊີ່ງເຈົ້າສີສະຫວ່າງວົງສ໌ ເປັນເຈົ້າສັດທາສ້າງ ໂດຍໄດ້ສ້າງຂື້ນ 2 ແຫ່ງຄື: ວັດສີສະຫວ່າງວົງ ເມືອງໄຊຍະບູລີ ແລະ ວັດສີສະຫວ່າງວົງ ເມືອງປາກລາຍ. ສຳລັບວັດສີສະຫວ່າງວົງ ເມືອງໄຊຍະບູລີ ແມ່ນສ້າງຕັ້ງຂື້ນແຕ່ປີ ພ.ສ 2463 ຄ.ສ 1920 ໂດຍເມື່ອກ່ອນແມ່ນຕັ້ງຢູ່ແຄມແມ່ນ້ຳຮຸ່ງ ໃນຂອບເຂດບ້ານຖິ່ນໃນສະໄໝກ່ອນ ( ຢູ່ໃຕ້ຂົວຂາມບ້ານສີເມືອງ ຫາ ບ້ານນາໄຮໃນປັດຈຸບັນ ) ເຊີ່ງສະພາບການໃນແຕ່ລະປີພາໃຫ້ນ້ຳເຊາະເຈື່ອນດີນຂອງວັດຮອດເຄີ່ງໜຶ່ງ ເຮັດໃຫ້ຂອບເຂດດີນຂອງວັດເກີດຄວາມເສຍຫາຍ, ໃນເວລານັ້ນແມ່ນ ສາທຸໃຫຍ່ບຸດດາ ເປັນເຈົ້າອາທິການວັດ ທ່ານໄ...

ບຸນປີໃຫມ່ລາວ,, บุญปีใหม่ลาว

รูปภาพ

ເສິກສາມຫມູ່ບ້ານ...

รูปภาพ
ເສິກ 3 ໝູ່ບ້ານ .... ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍ ປະເທດລາວມີຂອບເຂດຊາຍແດນ ຢ່າງຈະແຈ້ງ ໂດຍສະເພາະຊາຍແດນລາວໄທ ທີ່ມີຂໍ້ຜິດພາດກັນມາແຕ່ອາດີດ ນັ້ນ ກໍ່ມີການປັກປັນຢ່າງຈະແຈ້ງ ໂດຍສະເພາະຊາຍແດນແຂອງແຂວງໄຊຍະບູລີນັ້ນພິເສດກວ່າຫມູ່ເພາະ ມີຊາຍແດນ ດິນຕໍ່ແຜ່ນກັບອານາຈັກໄທທັ້ງຫມົດຢູ່ຟັ່ງຂວາແມ່ນ້ຳຂອງ ນັບແຕ່ຜາໄດ ຜາດ່າງ ຮອດປາກນໍ້າເຫືອງ ມີຄວາມຍາວທັງຫມົດ 647 ກມ. ເຊິ່ງເປັນຊາຍແດນມາແຕ່ສະໄຫມເຈົ້າຟ້າງຸ່ມເປັນຕົ້ນມາ ໂດຍກຳຫນົດເອົາສັນປັນນ້ຳເປັນຫລັກແດນ ແລະໄດ້ປັກຫຼັກແດນຖາວອນໄດ້ເກືອບທັງຫມົດ ແຕ່ຍັງມີບາງຈຸດທີ່ບໍ່ຕົກລົງກັນໄດ້ ມາຮອດປະຈຸບັນຄື ຊາຍແດນ 3 ໝູ່ບ້ານຄື: ບ້ານໃຫມ່, ບ້ານກາງ, ບ້ານສະຫວ່າງ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຍັງບໍ່ທັນຕົກລົງກັນໄດ້ ຟັ່ງໄທຍັງອ້າງສິດໃນເຂດດັ່ງກ່າວນັ້ນຢູ່ ແຕ່ຖ້າເບິ່ງຕາມຫລັກພູມສາດແລ້ວ ຊາຍແດນດັ່ງກ່າວເປັນອຳນາດອະທິປະໄຕລາວເຮົາ100 % ອັນເປັນເຫດຕໍ່ເນື່ອງມາຈາກສົງຄາມ ຫຼື ເສິກ 3 ໝູ່ບ້ານນັ້ນເອງ ເສິກ 3 ໝູ່ບ້ານເລີ່ມຂື້ແຕ່ ວັນທີ່ 16 ມິຖຸນາ 1984 ຮອດວັນທີ່ 10 ຕຸລາ 1984 ເປັນເວລາ 5 ເດືອນ ເຊິ່ງຝ່າຍທະຫານໄທເປັນຜູ້ເປິດສາກບຽດຍຶດ 3 ໝູ່ບ້ານກ່ອນ ພວກເຂົາເອີ້ນການເຄື່ອນໄຫວນີ້ວ່າ : ມີໄຊດາບຫັກ ; ຟ່າຍລາວນຳພາການຕອບໂຕ້ໂດຍ ກຳລັງຫຼວງແລະກຳລັງທ້...

ບຸນປີໃຫມ່ລາວ

รูปภาพ
  ສະບາຍ​ດີ​ປີ​ໃຫມ່​ລາວ ພສ 2565 -6 6       ປີ ​ ໃໝ່ ​ ຫຼື   ບຸນ ​ ກຸດ ​ ສົງການ ​ ແມ່ນ ​ ປະ ​ ເພນີ ​ ໜຶ່ງ ທີ່ຢູ່ ​ ໃນ ​ ຮີດ ​ ສິບ ​ ສອງ ​ ຂອງ ​ ລາວ ຈະ ​ ເລີມ ​ ໃນ ​ ລະຫວ່າງ ​ ມື້ ຂື້ນ 15 ຄ່ຳ ​ ເດືອນ ​ ຫ້າ -15 ຄ່ຳ ​ ເດືອນ ​ ຫົກ ​ ລາວ ​ ແຕ່ ​ ໃນ ​ ປະຈຸ ​ ບັນ ​ ກຳໜົດ ​ ເອົາລະ ​ ຫວ່າງ ​ ວັນ ​ ທີ່ 13-15 ​​ ເດືອນເມສາ ​ ຂອງ ​ ທຸກ ໆ ປີ ຈິ່ງ ​ ເອີ້ ​ ນວ່າ ​ ບຸນ ​ ເດືອນ ​ ຫ້າ ບຸນ ​ ສົງ ​ ນ້ຳ ບຸນ ​ ກຸດ ​ ສົງການ ​ ກໍ່ ​ ວ່າ ຄຳ ​ ວ່າ ​ ກຸດ ​ ສົງກາ ​ ນ ​ ແປ ​ ວ່າການ ​ ຍ້າຍ ​ ເຄື່ອນ ​ ທີ່ ຄື ​ ວັນ ​ ທີ່ ​ ພຣະອາທິດ ​ ເຄື່ອນ ​ ຈາກຣາສີ ​ ໜື່ງ ​ ໄປ ​ ສູ່ອີກ ​ ຣາສີ ​ ໜຶ່ງ ​ ຈຶ່ງນັບເປັນປີໃຫມ່ ຄຳວ່າຣາສີແປວ່າ ຄວາມງາມ ຄູ່ກັບສະຫງ່າ ຈິ່ງມັກວ່າ ສະຫງ່າຣາສີ ໝາຍເຖິງຈົບງາມ ດີງາມທັງກາຍແລະໃຈ. ມູນ​ເຫດ​ແຫ່ງ​ການ​ທຳ        ​ເທດສະການ​ສົງການ ​ແມ່ນ​ເທດ​ສະການ ຫຼື​ປາງ​ບຸນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ຂອງ​ລາວ ​ເພື່ອ​ຄວາມ​ສາມັກຄີ ຄວາມ​ມ່ວນ​ຊື່ນ​ລື່ນ​ເລີງ​ໃນ​​ໄລຍະ​ເວລາ​ຫວ້າງ​ຈາກ​ວຽກ ​ແລະ​ກະກຽມ​ສູ່​ການ​ເລີ່​ມຕົ້ນ​ການ​ຜະຫຼິດ​ໃນ​ລະດູ​ໃໝ່ ​ແລະ​ເພື່ອ​ຄວາມ​ເປັນ​ສີ​ລິ​ມຸ...

ແຂນນາງ (ຄັນທວຍ)

รูปภาพ
  ອົງປະກອບ ສະຖາປັດຕະຍະກຳລາວ (ແຂນນາງ) ແຂນນາງ (ຄັນທວຍ) ຄືສ່ວນໜື່ງຂອງສະຖາປັດຕະຍະກຳລາວ ເປັນສ່ວນທີ່ຮອງຮັບຄ້ຳຢັນ ຕີນຊາຍຄາ ນິຍົມຄວັດ ຫຼືປັ້ນເປັນຮູບລວດລາຍຕ່າງ ໆ ເຊັ່ນ: ລາຍນາກ, ລາຍຫົງ, ລາຍເຄືອກູດ, ລານເທບພະນົມ ເປັນຕົ້ນ ມີລັກສະນະ ເປັນແບບໄມ້ຄ້ຳຢັນໂດຍກົງ ແລະແບບເປັນຮູບສາມແຈສາກ (ແບບຫູຊ້າງກໍ່ວ່າ) ແຂນນາງ ນິຍົມເຮັດຈາກໄມ້ ຫຼືປູນປັ້ນ ຕາມແຕ່ປະເພດຂອງອາຄານ ສຳຫຼັບຂະ ໜາດ ຄວາມຍາວ ຄວາມກວ້າງ ຂື້ນຢູ່ກັບຄ່ານິຍົມ ຂອງແຕ່ລະທ້ອງຖິນ ແລະການສົມສ່ວນກັບອາຄານ ໂດຍລວມນິຍົມເຮັດສອງແບບຄື: ຄ້ຳແຕ່ຂອບບົວແອວຂັນ ຫຼືຂອບພື້ນອາຄານຂື້ນ ຫາຕີນຊາຍຄາ ແລະແບບຄ້ຳແຕ່ເຄິ່ງກາງຝາຂື້ນຕີນຊາຍຄາ ໂດຍຄ້ຳສົ້ນຂື່ຫົວເສົາ ຫຼືສົ້ນໄມ້ກອນກໍ່ມີ. ການໃຊ້ແຂນນາງມາເປັນອົງປະກອບສ່ວນໜຶ່ງຂອງສະຖາປັດຕະຍະກຳລາວ ສ່ວນໜຶ່ງກໍ່ເພື່ອຄວາມໝັ້ນຄົນຂອງອາຄານ ແລະສ່ວນໜື່ງກໍ່ເພື່ອປະດັບອາຄານໃຫ້ສວຍງາມ ຈົນກາຍມາເປັນເອກະລັກສະເພາະຕົວ. ແຂນນາງໜ້າຈະກຳເນິດມາຈາກການໃຊ້ໄມ້ຄ້ຳເທີບຕູບ ຫຼືການໃຊ້ໄມ້ຄ້ຳໂດຍການໃຊ້ແຮງໂນ້ມທ່ວງແກ່ກັນແລະກັນໃຫ້ໝັ້ນຄົງ ຕົວຢ່າງໃຊ້ໄມ້ຄ້ຳຕົ້ນກ້ວຍ ໄມ້ຄ້ຳກໍ່ອາໃສຕົ້ນກ້ວຍ ຕົ້ນກ້ວຍກໍ່ອາໃສໄມ້ຄ້ຳ ເມື່ອກາຍມາເປັນອາຄານແບບແໜ້ນໜາແລ້ວ ແຂນນາງກໍ່ມາເປັນອົງປະກອບອີກເພື່ອຄວາມໝັ້ນຄົງຂື້ນອີກ. ຄ...

ສິມນ້ຳ

รูปภาพ
  ສີມາ ( ສິມ ) ສີມາຫຼືສິມຫມາຍເຖິງ ຂອບເຂດ   ແດນ ທີ່ສົງຂອດ ຫຼືກຳໜົດຂື້ນແລ້ວ ໄວ້ສຳຫລັບກະທັມສັງຄະກັມຂອງພຣະສົງ .    ຊະນິດຂອງສີມາ 1, ພັດທະສີມາ :   ຄື ເຂດ ແດນທີ່ສົງກຳຫນົດຂື້ນເອງ ຫຼືຂອດແລ້ວ ຕັ້ງຢູ່ເທິງແຜ່ນດິນໃຊ້ສິ່ງຕ່າງ ໆ ເປັນນິມິດຫຼືເຄື່ອງໝາຍ ເຊັ່ນ : ຕົ້ນໄມ້ , ພູເຂົາ , ແມ່ນໍ້າ , ຈູມປວກ , ສີລາ ຫຼືຫີນ ເປັນຕົ້ນ ສ່ວນຫຼາຍໃຊ້ຫີນເປັນກ້ອນ ກົມມົນ ເປັນທ່ອນຍາວ ເພາະໝັ້ນຄົງຖາວອນກວ່າຢ່າງອື່ນ ແລະນິຍົມຝັງໄວ້ໃຫ້ເຫັນເປັນຫລັກນິມິດແນ່ນອນ ຈະເຫັນໄດ້ຈາກສິມເກົ່າ ໆ ຫລາຍວັດ   ສ່ວນການເຮັດເປັນໜ່ວຍມົນ ໆ ແລະມີການຕັດຫວາຍລູກນິມິດນີ້ເປັນວັດທະນະທັມເກິດຂື້ນມາໃຫມ່ ຈາກອິດທິພົນຂອງບ່ອນອື່ນ . 2, ອະພັດທະສີມມາ : ໄດ້ແກ່ເຂດຊຸມຊົນທີ່ສົງບໍ່ໄດ້ກຳໜົດຂື້ນເອງ ຫລືບໍ່ໄດ້ຂອດເທື່ອ ແຕ່ຖືເອົາເຂດທີ່ກຳໜົດໄວ້ຕາມປົກກະຕິຂອງບ້ານເມືອງ ອາດຈະເປັນບ້ານ ຕາແສງ ເມືອງ ປະເທດ ເປັນຕົ້ນ . 3, ວິສຸງຄາມສີມາ : ຄືອານາເຂດ ຫຼື ບໍລິເວນສ່ວນຫນຶ່ງພາຍໃນວັດ ມີເຈົ້າມະຫາຊີວິດ ຫຼືທາຍົກຜູ້ປະກອບດ້ວຍສັດທາແກ່ກ້າ ມອບຖວາຍໃຫ້ແກ່ສົງ ປະຈຸບັນແມ່ນນາຍົກລົດຖະມຸນຕີເປັນຜູ້ອະນຸຍາດ ການສ້າງສິມຕ້ອງຢູ່ໃນຂອບເຂດທີ່ອະນຸຍາດ ແລະການຝັງລູກນິມິດຮອບອຸໂປສົດ...